ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ.

ເມືອງປາກລາຍ ແຂວງໄຊຍະບູລີ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ເຊິ່ງຈັດຂື້ນໃນຕອນບ່າຍຂອງວັນທີ 30 ເມສາ 2025 ຜ່ານມານີ້ ທີ່ຫໍປະຊຸມໃຫຍ່ຂອງເມືອງ ໂດຍການໃຫ້ກຽດປະດັບຫຼຽນໃນຄັ້ງນີ້ ໂດຍສະຫາຍ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີສະຫາຍ ຄໍາຝັ້ນ ວົງສະຫວັນ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ພະ
ນັກງານອາວຸໂສບຳນານ, ສະມາຊິກພັກ-ພະນັກງານ ແລະ ເລຂາພັກບ້ານເທດສະບານເມືອງເຂົ້າຮ່ວມ.
ການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃນທົ່ວເມືອງປາກລາຍ ໃນຄັ້ງນີ້ແມ່ນອິງໃສ່ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີທັງໝົດ 865 ສະຫາຍ. ໃນນີ້ຜູ້ທີ່ໄດ້ປະດັບຫຼຽນຢູ່ເມືອງປາກລາຍ ປະກອບມີ 24 ສະຫາຍ. ທັ້ງນີ້ກໍເພື່ອເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງຂອງບັນດາສະຫາຍທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາຈົນເຖິງປະຈຸບັນ.
………………..
ຂ່າວ: ຖວທ ເມືອງປາກລາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa