

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2025 ຜ່ານມານີ້ ທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງ ແຂວງໄຊຍະບູລີ ພ້ອມທິມງານວິຊາການກ່ຽວຂ້ອງໄດ້ລົງຊຸກຍູ້ຕິດຕາມວຽກງງານພະລາທິການຂອງກອງບັນຊາການທະຫານເມືອງ ໂດຍມີສະຫາຍພັທ ຈື່ເນັ່ງ ຢົວໄຈລີ ຫົວໜ້າການເມືອງກອງບັນຊາການທະຫານເມືອງ ພ້ອມບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ – ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ສຳລັບການລົງຊຸກຍູ້ຕິດຕາມຄັ້ງນີ້ທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ ໄດ້ເນັ້ນໃຫ້ສຸມວຽກງານການປູກຝັງ – ລ້ຽງສັດແລະອື່ນໆເປັນຕົ້ນແມ່ນສຸມໃສ່ການເກັບກ່ຽວເຂົ້ານາລວມໃຫ້ສຳເລັດໃຫ້ທ່ວງທັນເວລາເຮັດໃຫ້ກົມກອງມີລາຍຮັບເພີ້ມຂື້ນຕາມຄາດໝາຍວຽກງງານພະລາທິການກັບທີ່ຂອງກົມກອງວາງອອກໃນການເພິ່ງຕົນເອງ,ກຸມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນພ້ອມກັນສືບຕໍ່ສ້າງສວນພັກເຮືອນຮົ່ມຂອງກົມກອງເພື່ອຕອບສະໜອງດ້ານສະບຽງອາຫານໃຫ້ພະນັກງານ – ນັກຮົບພາຍໃນກົມກອງຂອງຕົນໃຫ້ພຽງພໍ,ເອົາໃຈໃສ່ຄາດໝາຍ 4 ປູກ 4 ລ້ຽງຂອງກົມກອງວາງອອກ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງມີການພັດທະນາດີຂື້ນໃນທຸກດ້ານແລະໃນໂອກາດນີ້ຍັງໄດ້ຕິດຕາມເບິ່ງໂຮງງານການຜະລິດນ້ຳດື່ມຂອງກົມກອງຕື່ມອີກ.
ໂດຍ:ຂ່າວສານເມືອງພຽງ.