ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ເອົາໃຈໃສ່ຫຼາຍບັນຫາ.

ເພື່ອເຮັດໃຫ້ວຽກງານການສຶກສາ ແລະ ກິລາ ຢູ່ພາຍໃນເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບການພັດທະນາຮອບດ້ານ ທາງດ້ານປະລິມານ ແລະ ຄຸນນະພາບ, ປັບປຸງ, ​ປົວ​ແປງ ແລະ ແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງ, ບັນດາຄາດໝາຍຕ່າງໆທີ່ຍັງບໍ່ທັນບັນລຸ ສະພາບບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຖັນແຖວພະນັກງານ, ຄູສອນ ແລະ ນ້ອງນັກຮຽນນັ້ນ. ເນື່ອງໃນໂອກາດທີ່ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ທີ່ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2025 ນີ້, ທ່ານປະທານຄະນະກໍາມະການປົກຄອງເມືອງເມືອງ ໄດ້ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ​ໃຫ້ພະນັກງານ, ຄູສອນ ແລະ ນ້ອງນັກຮຽນ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ຕໍ່ເນື່ອງ ເປັນ​ປົກກະຕິ ເປັນຕົ້ນແມ່ນຈັດຕັ້ງການຮໍ່າຮຽນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເຊັ່ນ: ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍ ວ່າດ້ວຍການສຶກສາ, ມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ເອກະສານນິຕິກໍາອື່ນໆ ຂອງຂະແໜງການສຶກສາ ແລະ ກິລາ, ສູ້ຊົນຈັດຕັ້ງປະຕິບັດ 16 ຄາດໝາຍ 20 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮັບຮອງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສູ້ຊົນແກ້ໄຂບັນຫາການປະລະການຮຽນໃນຊັ້ນມັດທະຍົມ ທີ່ນັບມື້ເພີ່ມຂຶ້ນໃນປະຈຸບັນໃຫ້ຫຼຸດລົງ, ເອົາໃຈໃສ່ປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນຢູ່ແຕ່ລະຊັ້ນຮຽນ ຕາມມະຕິຂອງລັດຖະບານ ເລກທີ 09/ລບ ໃຫ້ປະກົດຜົນເປັນຈິງ, ສະຖານການສຶກສາທຸກແຫ່ງ ຕ້ອງສູ້ຊົນຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ຄື: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້, ສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ ພ້ອມທັງຈັດຕັ້ງ ການປະຕິບັດນະໂຍບາຍຍ້ອງຍໍຊົມເຊີຍບຸກຄົນ, ກົມກອງທີ່ດີເດັ່ນເຂົ້າໃນວຽກງານການສຶກສາ ແລະ ກິລາ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເພີ່ມຄວາມເອົາໃຈໃສ່ເປັນພິເສດໃນການຈັດຕັ້ງປະຕິບັດການແຂ່ງຂັນສອນດີ-ຮຽນເກັ່ງ ໃນຖັນແຖວຄູສອນ ໃຫ້ເປັນຂະບວນຟົດຟື້ນ, ມີແບບແຜນວິທີເຮັດວຽກທີ່ດີ ໃນການຈັດຕັ້ງສອນດີ-ສອນເກັ່ງຂອງຄູ ເພື່ອເປັນເງື່ອນໄຂການສ້າງຕໍາແໜ່ງວິຊາການຄູ ແລະ ກໍ່ສ້າງນັກຮຽນເກັ່ງ ໃຫ້ໄດ້ໄປເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງ ໃນລະດັບຊາດ, ເອົາໃຈໃສ ປັບປຸງປະສິດທິພາບການຮຽນ-ການສອນໃຫ້ມີຄຸນນະພາບສູງ ເທົ່າທຽມກັບຕົວເມືອງ ໂດຍເລີ່ມຈາກຊັ້ນການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ ຈົບສາຍສາມັນສຶກສາ ຮັບປະກັນໃຫ້ແຕ່ລະຊັ້ນຮຽນ ມີປະສິດທິຜົນສູງ, ເອົາໃຈໃສ່ການຮັກສາມູນເຊື້ອໂຮງຮຽນຕົວແບບປອດສິ່ງເສບຕິດຊັ້ນມັດທະຍົມສຶກສາ​ໄວ້​ໃຫ້​ດີ ​ແລະ ສືບ​ຕໍ່​ສ້າງ​ໂຮງຮຽນ​ທີ່​ຍັງ​ເຫຼືອ​ໃຫ້​ເປັນໂຮງຮຽນຕົວແບບປອດສິ່ງເສບຕິດ. ພ້ອມ​ທັງ, ​ສືບ​ຕໍ່ສ້າງໂຮງຮຽນຕົວແບບປອດສິ່ງເສບຕິດໂຮງຮຽນປະຖົມສຶກສາ ທີ່​ໄດ້​ຂຶ້ນ​ແຜນ​ແລ້ວ ​ໃຫ້​ໄດ້​ຮັບ​ການ​ປະ​ເມີນ​ຕົວ​ຈິງ, ເອົາໃຈໃສ່ໃນການສົ່ງເສີມການຮັກສາສຸຂະພາບທີ່ດີໃນສະຖານການສຶກສາ ແລະ ໃຫ້ແຕ່ງຕັ້ງຜູ້ຮັບຜິດຊອບ, ຈັດຕັ້ງການອອກແຮງງານ, ອະນາໄມ, ຕັດຫຍ້າເດີ່ນ ແລະ ຮັກສາສິ່ງແວດລ້ອມ ທີ່ດີ, ຫ້ອງການສຶກສາທິການ ແລະ ກິລາເມືອງ ນໍາພາໂຮງຮຽນພາກເອກະຊົນ ປະກອບເອກະ ສານນິຕິກໍາຕ່າງໆໃຫ້ຖືກຕ້ອງຄົບຖ້ວນຕາມນິຕິກໍາຂອງຂະແໜງການສຶກສາ ແລະ ກິລາ ກໍານົດ ເພື່ອຊຸກຍູ້ສົ່ງ ເສີມການສຶກສາພາກເອະຊົນໃຫ້ກວ້າງຂວາງກວ່າເກົ່າ ແລະ ​ຜູ້​ບໍລິຫານ​ສະຖານການ​ສຶກສາ ​ແລະ ຄູ​ສອນ​ພາຍ​ໃນ​ເມືອງ ນໍາ​ເອົາ​ບັນດາ​ນິຕິ​ກໍາ​ຂອງ​ພັກ ​ແລະ ລັດ ທີ່​ໄດ້​ເຊື່ອມ​ຊຶມ​ໃນ​ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ​ໄປ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ໃນ​ຮາກ​ຖານ​ຂອງ​ຕົນ​ ໃຫ້​ມີ​ຄວາມ​ສໍາ​ເລັດ​ເປັນ​ຢ່າງ​ດີ.

ຂ່າວ: ແກ່ນທ້າວ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa