ປະທານສານປະຊາຊົນພາກເໜືອ ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ຢູ່ສານປະຊາຊົນ ເຂດ III ແຂວງໄຊຍະບູລີ

ວັນທີ 3 ທັນວາ 2025 ນີ້, ທ່ານ ທອງໄມ ມູນບັນດິດ ປະທານສານປະຊາຊົນພາກເໜືອ ພ້ອມດ້ວຍຄະນະໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ຢູ່ສານປະຊາຊົນ ເຂດ III ແຂວງໄຊຍະບູລີ, ມີທີມງານຂອງສານປະຊາຊົນພາກເໜືອ, ປະທານສານ, ຮອງປະທານ ແລະ ພະນັກງານສານປະຊາຊົນເຂດ III ເຂົ້າຮ່ວມ.

ທ່ານ ສົມໄວ ຈັນທະຜາລີ ປະທານສານປະຊາຊົນເຂດ III ແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານ ຂອງສານປະຊາຊົນເຂດ III ແຂວງໄຊຍະບູລີ, ໃນໄລຍະ 1 ປີຜ່ານມາ ແລະ ທິດທາງໃນ 1 ປີຕໍ່ໜ້າວ່າ: ສານປະຊາຊົນເຂດ III ແຂວງໄຊຍະບູລີ ມີທີ່ຕັ້ງສຳນັກງານຢູ່ເມືອງຫົງສາ, ມີຂອບເຂດຄວາມຮັບຜິດຊອບກວມເອົາ 4 ເມືອງເໜືອຂອງແຂວງໄຊຍະບູລີຄື: ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ເມືອງຄອບ,  ສານປະຊາຊົນເຂດ III ແຂວງໄຊຍະບູລີ ມີພະນັກງານທັງໝົດ 16 ສະຫາຍ, ຍິງ 5 ສະຫາຍ. ໄລຍະຜ່ານມາ ສານປະຊາຊົນເຂດ III ແຂວງໄຊຍະບູລີ ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດໃນການພິຈາລະນາຕັດສິນຄະດີ ຕາມຫົວຂໍ້ທີ່ວ່າ: ການຕັດສິນວ່ອງໄວ ຜ່ານກົນໄກດຳເນີນຄະດີຕໍ່ເນື່ອງ ຕັດສິນຄະດີຖືກຕ້ອງຕາມພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິນທຳ ຕາມຂະບວນການຍຸຕິທຳ ໂດຍປະຕິບັດຕາມ 3 ປໍ( ໂປ່ງໃສ, ເປັນເອກະລາດ, ເປັນທຳ ), ເຊິ່ງສະແດງອອກ 1 ປີຜ່ານມາສານປະຊາຊົນເຂດ III ໄດ້ຮັບຄະດີທັງໝົດ 41 ເລື່ອງ (ແພ່ງ 5 ເລື່ອງ, ອາຍາ 20 ເລື່ອງ, ຄອບຄົວ 16 ເລື່ອງ), ແກ້ໄຂ 38 ເລື່ອງ (ແພ່ງ 4 ເລື່ອງ, ອາຍາ 20 ເລື່ອງ, ຄອບຄົວ 14 ເລື່ອງ) ເທົ່າກັບ 92,68 % ແລະ ຍັງຄ້າງພວມດໍາເນີນ 3 ເລື່ອງ (ຄອບຄົວ 2 ເລື່ອງ, ແພ່ງ 1 ເລື່ອງ) ເທົ່າກັບ 7,31 % ຖ້າທຽບໃສ່ປີຜ່ານມາຄະດີຫຼຸດລົງ 1 ເລື່ອງ ເທົ່າກັບ 2,43. ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂື້ນມີຄຳຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ.

ໂອກາດດັ່ງກ່າວ, ທ່ານ ທອງໄມ ມູນບັນດິດ ກໍ່ໄດ້ເໜັ້ນໜັກໃຫ້ຄະນະສານປະຊາຊົນເຂດ III ແຂວງໄຊຍະບູລີ ຈົ່ງສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກພາຍໃນຄວາມຮັບຜິດຊອບ ໃຫ້ມີແນວຄິດອຸ່ນອ່ຽງທຸນທ່ຽງ, ມີຈັນຍາບັນ-ຈັນຍາທໍາໃນການປະຕິບັດວຽກງານວິຊາສະເພາະ ແລະ ມີການແບ່ງວຽກແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ.

ຂ່າວ: ສຸບັນ ເງິນງາມ ( ຄ.ອ.ມ ຫົງສາ )

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa