

ໂດຍປະຕິບັດຕາມຄຳສັງແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ອີງຕາມມະຕິຕົລົງຂອງຄະນະປະຈຳພັກເມືອງ ເລກທີ 28/ຄພມ,ປລ,ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປະເມີນການກໍ່ສ້າງໜ່ວຍພັກປອດໃສ່ເຂັ້ມແຂງໜັກແໜ້ນປີ 2025 ດັ່ງນັ້ນ ໃນວັນທີ 27 ມັງກອນ 2026 ຢູ່ທີ່ຫໍປະຊຸມບ້ານນາຄານເມືອງປາກລາຍ ແຂວງໄຊຍະບູລີ ໄດ້ດຳເນີນກອງປະຊຸມສະຫຼູບການການປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດແລະ ທົ່ວປວງຊົນລາວທັງຊາດເວົ້າລວມ, ເວົ້າສະເພາະຊາວເມືອງປາກລາຍພວມສຸມອອກແຮງແຂ່ງຂັ້ນຈັດຕັ້ງຜັນຂະຫຍາຍມະຕີກອງປະຊູມໃຫ່ຍຄັ້ງທີ່ XI ຂອງພັກປະຊາຊົນປະຕິວັດລາວ,ຜັນຂະຫຍາຍມະຕິກອງປະຊູມໃຫ່ຍຄັ້ງທີ່ VIII ຂອງອົງຄະນະພັກແຂວງ,ພວມສູມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກເມືອງປາກລາຍ ຄັ້ງທີ IX ຂອງອົງຄະນະພັກເມືອງປາກລາຍພວມສູມໃສ່ການຮ້າງຫາກະກຽມໃຫ້ແກ່ການເລືອກຕັ້ງສະມາຊີກສະພາແຫ່ງຊາດຊຸດທີ່ X ແລະ ສະມາຊີກສະພາປະຊາຊົນແຂວງຊຸດທີ່ V ຢ່າງເປັນຄະບວນຟົດຟື້ນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສົມຄິດ ກອງຊັບ ເລຂາໜ່ວຍພັກຮາກຖານບ້ານ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ສະຫາຍ ແກ້ວນະຄອນ ໄຊຍະວົງ ກຳມະການພັກເມືອງ,ຫົວຫ້ອງການເຕັກໂນໂລຊີ ແລະ ການສື່ສານ, ມີສະຫາຍ ສະຫາຍ ນາງ ເສີນ ແສນເຟີຍ ປະທານສະຫະພັນແມ່ຍີງບ້ານ, ມີທີມງານຂອງເມືອງ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ, ຂະແໜງການຂອງບ້ານກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໜ່ວຍພັກບ້ານ ນາຄານ ເປັນໜ່ວຍພັກໜຶ່ງ ທີ່ຂຶ້ນກັບອົງຄະນະພັກເມືອງປາກລາຍ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກເມືອງ ໂດຍສະເພາະແມ່ນສະຫາຍເລຂາພັກເມືອງ, ຄະນະປະຈໍາພັກເມືອງ ໃນການຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ;ມີຄະນະໜ່ວຍພັກ 3 ສະຫາຍ, ມີສະມາຊິກພັກທັງໝົດ 14 ສະຫາຍ, ຍິງ 2 ສະຫາຍ, ສໍາຮອງ.3 ສະຫາຍ, ຍິງ 0 , ປີຜ່ານມາໜ່ວຍພັກໄດ້ຮັບການຈັດແບ່ງປະເພດ, ໄດ້ໜ່ວຍພັກ ແຂງ ແຕ່ມາຮອດປີນີ້ໜ່ວຍພັກແມ່ນໄດ້ຕີລາຄາແບ່ງປະເພດສາມາດຮັກສາໄດ້ໜ່ວຍພັກປອດໃສ່ເຂັ້ມແຂງໜັກແໜ້ນ. ໜ່ວພັກບ້ານ ນາຄານ ປະກອບມີ 3 ອົງການຈັດຕັ້ງມະຫາຊົນຂື້ນກັບ(ໜ່ວຍຊາວໜຸ່ມ, ໜ່ວຍແມ່ຍິງ ແລະ ແນວລາວສ້າງຊາດ) ມີ 1 ໂຮງຮຽນ,ມີ 5 ໜ່ວຍງານ, 17 ຈຸງານ , ມີ 11 ໜ່ວຍຄຸ້ມຄອງຄອບຄົວ,ມີ 162 ຄອບຄົວ,ມີ 166 ຫຼັງຄາເຮືອນ, ມີພົນລະເມືອງ 739 ຄົນ, ຍິງ 353 ຄົນ.
ໃນຕະຫຼອດໄລຍະ 1 ປີ ຜ່ານມາ ໜ່ວຍພັກໄດ້ເປັນເຈົ້າການໃນການສ້າງແຜນດໍາເນີນງານເປັນອັນລະອຽດໂດຍສະເພາະແມ່ນໄດ້ນໍາເອົາຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມາເຜີຍແຜ່, ເຊື່ອມຊືມໃຫ້ສະມາຊິກພັກ, ຂະແໜງການຊ່ວຍວຽກບ້ານ,ໄດ້ຮັບຮູ້ ແລະ ເຂົ້າໃຈ, ໄດ້ອອກມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປະເມີນຜົນຂັ້ນໜເມືອງໄດ້ສຳເລັດເປັນຢ່າງດີ; ໜ່ວຍພັກໄດ້ເປັນເຈົ້າການໃນການຫັນເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີມາເປັນແຜນການປະຈຳອາທິດ, ປະຈຳເດືອນ ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກຢ່າງລະອຽດເພື່ອນຳພາຈັດຕັ້ງປະຕິບັດໃຫ້ເກີດຜົນຕົວຈິງໂດຍການຖືເອົາການດຳເນີນຊີວິດປະຈຳເດືອນເປັນການກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແຜນການ ແລະ ຕີລາຄາຄວາມຮັບຜິດຊອບຂອງຄະນະໜ່ວຍພັກ ແລະ ສະມາຊິກພັກ; ໜ່ວຍພັກໄດ້ເອົາໃຈໃສ່ກະກຽມບັນດາເນື້ອໃນເອກະສານການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເປັນຕົ້ນແມ່ນ ຮ່າງໃບສຳຫຼວດສະມາຊິກພັກ, ຕີລາຄາໃຫ້ຄະແນນ ແລະ ແບ່ງປະເພດສະມາຊິກພັກ, ທາບທາມຄຳຕຳນິສົ່ງຂ່າວຕໍ່ບຸກຄົນສະມາຊິກພັກແບບປິດລັບ, ສັງລວມຄະເເນນ ແລະ ປະເພດໜ່ວຍພັກ ແລະ ກະກຽມເອກະສານອື່ນໆທີ່ກ່ຽວຂ້ອງກັບການປະເມີນຜົນ.
ທິດທາງແຜນການຄາດໝາຍສູ້ຊົນລວມ ໃນປີ 2026 ໜ່ວຍພັກຈະສູ້ຊົນຮັກສາສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ກວມ 100 %ຮັກສາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນແຕ່ລະດ້ານໃຫ້ໄດ້ 8 ຄະແນນຂື້ນໄປ
ຂ່າວ : ທິມງານກໍ່ສ້າງຮາກຖານເມືອງປາກລາຍ