

ກອງປະຊຸມປຶກສາຫາລືສົ່ງເສີມການປູກຢາງພາລາ, ການສ້າງຕັ້ງກຸ່ມເກັບຊື້ນໍ້າຢາງ, ວຽກການປ້ອງກັນການບຸກລຸກທີ່ດິນປ່າໄມ້ ແລະ ປ້ອງກັນໄຟໃໝ້ລາມປ່າ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ. ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ 30 ມີນາ 2026 ທີ່ຫໍປະຊຸມໃຫຍ່ເມືອງປາກລາຍ ໂດຍພາຍໃຕ້ເປັນປະທານຂອງທ່ານ ວານິດສາ ສຸນາເຄນ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານວິຊາການ, ນັກທຸລະກິດ, ຜູ້ປະກອບການດ້ານຢາງພາລາ, ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມທ່ານ ສີສະໝອນ ສິງແກ້ວ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງປາກລາຍ ໄດ້ລາຍງານການຄຸ້ມຄອງການເກັບຊື້ – ສົ່ງອອກຢາງພາລາ ແລະ ການບຸກລຸກດີນປ່າໄມ້, ປ້ອງກັນໄຟໄໝ້ລາມປ່າ ຢູ່ພາຍໃນເມືອງປາກລາຍ ປະຈຳສົກປີ 2025-2026 ໃຫ້ຮູ້ວ່າເມືອງປາກລາຍເປັນເມືອງທີ່ສົ່ງເສີມການຜະລິດເປັນສິນຄ້າເພື່ອການສົ່ງອອກ, ເພື່ອເປັນການເພີ່ມມູນຄ່າເພີ່ມສິນຄ້າ ໃຫ້ແກ່ນັກທຸລະກິດ, ຜູ້ຜະລິດ, ດ້ວຍຮູບການສົ່ງເສີມການແປຮູບ ຜົນຜະລິດກະສິກຳນັ້ນ ທາງພາກລັດພວກເຮົາແມ່ນໄດ້ມີການຊຸກຍູ້ສົ່ງເສີມການປູກຢາງພາລາ ເລີ່ມແຕ່ປີ 2012 ເປັນຕົ້ນມາ. ປະຈຸບັນທົ່ວເມືຶອງມີບ້ານທີ່ປູກຢາງພາລາທັງ ໝົດ 65 ບ້ານ, ລວມ 5 ເຂດພັດທະນາ ພົ້ນເດັ່ນ: ເຂດບວມເລົາ-ຜາແກ້ວ, ເຂດບຸ່ງມ່າ-ຕາກແດດ ແລະ ເຂດເມືອງປາ, ມີເນື້ອທີ່ປູກຢາງພາລາທັງໝົດ 1.007,49 ແຮັກຕາ, ໃນນີ້ ເປັນການລົງທືນຂອງບໍລິສັດຢູນານ 280 ແຮັກຕາ, ບໍລິສັດ ສຸກຫາໄຊ 75 ແຮັກຕາ, ບໍລິສັດ ນັງເຊົາຮວາ 52,50 ແຮັກຕາ ແລະ ເປັນຂອງປະຊາຊົນປູກເອງ 599,99 ແຮັກຕາ. ປູກແຕ່ 2023-2025 ມີເນື້ອທີ່ 221,74 ເຮັກຕາ. ຕົ້ນຢາງພາລາທີ່ສາມາດໃຫ້ນໍ້າຢາງໄດ້ແລ້ວ 743,75 ເຮັກຕາ ແລະ ສາມາດໃຫ້ຜົນຜະລິດນໍ້າຢາງພາລາ 524 ໂຕນ/ເດືອນ ຫຼື ເທົ່າກັບ 6.288 ໂຕນ/ປີ.ໃນສົກປີ 2026 ນີ້ເມືອງ ປາກລາຍ ແມ່ນໄດ້ກະກຽມເບ້ຍຢາງພາລາໃຫ້ຊາວກະສິກອນປູກທັງໝົດມີ 3 ບໍລິສັດ ແລະ 2 ຫົວໜ່ວຍຖຸລະກິດ ສາມາດຜະລິດເບ້ຍຢາງພາລາໄດ້ທັງໝົດຈຳນວນ 1,525,500 ເບ້ຍ. ຜ່ານການຕິດຕາມຕົວຈິງ ສາມາດເກັບກຳຂໍ໊ມູນການເຄືຶ່ອນໄຫວຂອງນັກທຸລະກິດ ທີ່ໄດ້ເກັບຊື້້ຢາງກ້ອນຢູ່ພາຍໃນເມືອງ ມີທັງໝົດ 03 ບໍລິສັດ ຄື: ບໍລິສັດ ຢູນານການຄ້າຂາອອກ – ຂາເຂົ້າຈໍາກັດ, ບໍລິສັດສຸກມະຫາໄຊ ຈຳກັດຜູ້ດຽວ ແລະ ບໍລິສັດ ນັງເຊົາຮວາ ການຄ້າຂາອອກ – ຂາເຂົ້າຈໍາກັດ, ປີ 2025 ສາມາດເກັບກຳຕົວເລກຈາກການປະກອບເອກະສານເຄື່ອນຍ້າຍ ການສົ່ງອອກ ຢາງພາລາທັງໝົດ 870 ໂຕນ ໃນນີ້ ເຄື່ອນຍ້າຍໄປແຂວງວຽງຈັນ, ແຂວງຫຼວງພະບາງ 105 ໂຕນ, ແຂວງຫຼວງນໍ້າທາ ແລະ ເມືອງຊຽງຮ່ອນ. ວຽກງານສະກັດກັ້ນໄຟໄໝ້ລາມປ່າ ແລະ ການບຸກລຸກດີນປ່າໄມ້ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ລາຍງານສະພາບໄຟໄໝ້ລາມປ່າຂອງເມືອງຕໍ່ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໃນເວລາ 2 ໂມງ 00 ນາທີ, ຂອງທຸກວັນ ເລີ່ມແຕ່ວັນທີ12/2/2026 ເປັນຕົ້ນມາ ໄດ້ລົງສົມທົບກັບອົງການປົກຄອງບ້ານສ້າງແລວກັນໄຟໄດ້ທັງໝົດຈໍານວນ 25 ບ້ານ, ມີໄລຍະຍາວ 37,50 ກິໂລແມັດ ໂດຍສະເພາະແມ່ນບ້ານ ທີຕິດພັນກັບບ້ານ ເປົ້າໝາຍຂອງໂຄງການປ່າໄມ້ພູມມີທັດ ແລະ ບ້ານ ນອກໂຄງການຈຳນວນ ຈຳນວນຄົນເຂົ້າຮ່ວມທັງໝົດ 1,502 ຄົນ, ຍີງ 435 ຄົນ, ເຖິງວ່າພວກເຮົາໄດ້ມີການນຳພາ-ຊີ້ນຳ ຈາກຄະນະນຳແລ້ວກໍຕາມ ເຫັນວ່າຍັງມີຂໍ້ບົກຜ່ອງ ແລະ ປະກົດການຫຍໍ້ທໍ້ເກີດຂື້ນກ່ຽວກັບວຽກງານຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະ ເກີີດໄຟໃໝ້ລາມປ່າ ຢູ່ພາຍໃນເມືອງຂອງພວກເຮົາມາຮອດປະຈຸບັນ ເກີດໄຟໃໝ້ລາມປ່າ ຈຳນວນ 5 ຄັ້ງ, ມີເນື້ອທີ່= 135,20 ຮຕ, ປະກົດການຫຍໍ້ທໍ້ທີ່ໄດ້ຍົກມາເທິງນີ້ແມ່ນເປັນຜົນສະທ້ອນອັນໃຫຍ່ຫຼວງຕໍ່ການການດຳລົງຊີວິດຂອງຄົນ, ສັດ ແລະ ຕໍ່ການຄຸ້ມຄອງ, ປົກປັກຮັກສາປ່າໄມ້ເຮັດໃຫ້ເນື້ອທີ່ປ່າໄມ້ຫຼຸດລົງ, ສະພາບແວດລ້ອມມີການປ່ຽນແປງ, ເກີດມີໝອກຄວັນPM2,5, ໄພແຫ້ງແລ້ງ, ນໍ້າຖ້ວມ, ດິນຖະລົ່ມ, ພາຍຸພັດ ແລະ ເກີດການລະບາດຂອງພະຍາດພືດ, ພະຍາດສັດ.
ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາລືຮ່ວມກັນ ເພື່ອໃຫ້ມີຄວາມເປັນເອກະພາບກັນ ລະ ຫວ່າງພາກລັດ ແລະ ບໍລິສັດ, ຜູ້ປະກອບການເກັບຊື້ຢາງພາລາ ຢູ່ພາຍໃນເມືອງປາກລາຍ ໂດຍໄດ້ມີແຜນການເກັບຊື້ – ສົ່ງອອກ ໃນຕໍ່ໜ້າ ດັ່ງນີ້: ສະເໜີໃຫ້ມີການສ້າງຕັ້ງກຸ່ມເກັບຊື້ຢາງພາລາໃນແຕ່ລະເຂດ, ມີລະບຽບການຂອງກຸ່ມຄັກແນ່ ເພື່ອສະດວກໃນການຄຸ້ມຄອງ ບໍ່ໃຫ້ມີການຍາດຊື້ – ຍາດຂາຍ, ຢອງລາຄາ….ດ້ານລາຄາແມ່ນໃຫ້ແຕ່ລະບໍລິສັດ , ຜູ້ປະກອບການເປັນເອກະພາບກັນໃນແຕ່ລະໄລຍະ ໂດຍອີງຕາມການຂື້ນ – ລົງຂອງຕະຫຼາດ, ກ່ອນຈະປັບລາຄາຂື້ນ – ລົງ ໃນແຕ່ລະຄັ້ງ ຕ້ອງແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ ຮັບຮູ້ກ່ອນ ເພື່ອຢັ້ງຢືນຄວາມຖືກຕ້ອງ, ຕ້ອງປະກອບເອກະສານຈາກຂະແໜງການທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນເສຍກ່ອນ ຈຶ່ງເຄື່ອນຍ້າຍສິນຄ້າ.
ຂ່າວ – ພາບ : ນັກຂ່າວເມືອງປາກລາຍ