

ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊລົງໂຄສະນາຫາສຽງ ຢູ່ກອງພັນ 411
……………………………….
ວັນທີ 10 ກຸມພາ 2026 ນີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊ ແຂວງໄຊຍະບູລີ ຈຳນວນ 5 ທ່ານ, ຍິງ 2ທ່ານ ໄດ້ລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ກອງພັນ 411 ນໍາພາໂດຍທ່ານ ສົມດີ ໄຊຍະລາດ ເລຂາຄະນະບໍລິຫານງານພັກເມືອງທົ່ງມີໄຊ ຜູ້ສະໝັກຮັບເລືອກຕັ້ງໝາຍເລກ 1 ພ້ອມດ້ວຍຜູ້ສະໝັກເລືອກຕັ້ງປະຈຳເມືອງທົ່ງມີໄຊ , ມີອະນຸກຳມະການເລືອກຕັ້ງຂັ້ນເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານທະຫານ, ຕຳຫຼວດ ໃນກຳລັງ ປກສ – ປກຊ ຢູ່ແຕ່ລະກົມກອງ ໃນທົ່ວເມືອງເຂົ້າຮ່ວມ
ສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊ ແຂວງໄຊຍະບູລີ ມີຈຳນວນທັງໝົດ 6ທ່ານ, ຍິງ 2ທ່ານ; ການລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດປ່ອນບັດເລືອກຕັ້ງຄັ້ງນີ້, ບັນດາຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ໄດ້ຜັດປ່ຽນກັນ ສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ປະຫວັດການເຄື່ອນໄຫວ ຂອງຕົນເອງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ໃນຂົງເຂດ ປກສ-ປກຊ ຢູ່ພາຍໃນເມືອງ ໄດ້ຮັບຊາບ.
ທັງນີ້, ກໍ່ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ເຖິງປະຫວັດການເຄື່ອນໄຫວຂອງຜູ້ຮັບສະເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເພື່ອນໍາໄປພິຈາລະນາໃນການໃຊ້ສິດ ຂອງຕົນປ່ອນບັດ ຄັດເລືອກເອົາບຸກຄົນຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນເຂົ້າໃນສະພາ, ສາມາດເປັນຕົວແທນຂອງປະຊາຊົນບັນດາເຜົ່າ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ພ້ອມທັງສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນຕໍ່ກັບບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທີ່ຈະໄດ້ຈັດຂື້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ໂດຍ: ຄ ອ ມ ທົ່ງມີໄຊ