ພະນັກງານຫຼັກແຫຼ່ງເມືອງຊຽງຮ່ອນ ແຂວງໄຊຍະບູລີເຊື່ອມຊຶມຜົນສໍາເລັດການພົບປະຂັ້ນສູງຂອງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ລາວ-ລັດເຊຍ.

ພະນັກງານຫຼັກແຫຼ່ງເມືອງຊຽງຮ່ອນ ແຂວງໄຊຍະບູລີ ເຊື່ອມຊຶມຜົນສໍາເລັດການພົບປະຂັ້ນສູງຂອງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ລາວ-ລັດເຊຍ.
………………………….
ພິທີເຜີຍແຜ່ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ 46 ປະຈຳປີ 2024 ຂອງຄະນະກຳມະການຮ່ວມມື ທະວີພາຄີ ລະຫວ່າງ ສ ປປ ລາວ ກັບ ສສ ຫວຽດນາມ, ຜົນສຳເລັດການພົບປະການນຳຂັ້ນສູງ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ກັບ ພັກຄອມມູນິດຫວຽດນາມ, ຜົນສໍາເລັດການພົບປະສຸດຍອດ ຄັ້ງທີ 14 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ກັບ ພັກປະຊາຊົນ ກໍາປູເຈຍ ແລະ ເຜີຍແຜ່ຜົນສໍາເລັດການຢ້ຽມຢາມເຮັດວຽກຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢູ່ສະຫະພັນຣັດເຊຍ. ໄດ້ຈັດໃນເຊົ້າຂອງວັນທີ 20 ມິຖຸນາ 2024 ນີ້, ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ອົງການປົກຄອງບ້ານເທດສະບານເມືອງເຂົ້າຮ່ວມ.
ໃນໂອກາດນີ້ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ໄດ້ເຜີຍແຜ່ເອກະສານຄື: ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ 46 ປະຈຳປີ 2024 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ສ ປປ ລາວ ກັບ ສສ ຫວຽດນາມ, ຈາກນັ້ນ ການນຳຂັ້ນເມືອງ ຍັງໄດ້ຖັດປ່ຽນກັນຂື້ນເຜີຍແຜ່ອີກເອກະສານຄື: ຜົນສຳເລັດການພົບປະການນຳຂັ້ນສູງ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ກັບ ພັກຄອມມູນິດຫວຽດນາມ, ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມືປະຈຳປີ 2024 ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ແລະ ລັດຖະບານ ແຫ່ງ ສສຫວຽດນາມ, ຜົນສໍາເລັດການພົບປະສຸດຍອດ ຄັ້ງທີ 14 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ກັບ ພັກປະຊາຊົນ ກໍາປູເຈຍ ແລະ ເຜີຍແຜ່ຜົນສໍາເລັດການຢ້ຽມຢາມເຮັດວຽກຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢູ່ສະຫະພັນຣັດເຊຍ. ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຄະນະພັກແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ, ພະນັກງານຫຼັກແຫຼ່ງຢູ່ເມືອງຊຽງຮ່ອນ ໄດ້ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນບັນດາເນື້ອໃນຢ່າງເລິກເຊິ່ງ ກ່ຽວກັບຜົນສໍາເລັດຕ່າງໆທີ່ໄດ້ນຳມາເຜີຍແຜ່.

ໂດຍ:  ສິດທິພອນ ທີແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa