ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວ ສະອາດ ງາມຕາ ຢູ່ໂຮງຮຽນ ມສ ເມືອງແກ່ນທ້າວ.

ໃນວັນທີ 26 ພະຈິກ 2025 ນີ້,  ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວ ສະອາດ ງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອ ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ບຸນປອນ ຈັນສະຫວ່າງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີອໍານວຍການ, ຮອງອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນດັ່ງກ່າວ ເຂົ້າຮ່ວມຢ່າງຫຼາຍ.

ທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ, ສ້າງເມືອງ ເປັນເມືອງສີຂຽວ ສະອາດ ງາມຕາ ເຊິ່ງໂດຍລວມແລ້ວວຽກງານ ຂຽວ ສະອາດ ງາມຕາ ເປັນວຽກງານໜຶ່ງທີ່ສໍາຄັນ ໃນລະດັບພາກພື້ນ ແລະ ສາກົນ ພ້ອມດຽວກັນນັ້ນ ພັກ-ລັດຖະບານ ຍັງໄດ້ໃຫ້ຄວາມສໍາຄັນຕະຫຼອດມາ. ເພື່ອຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດ 10 ປີ (2016-2025)  ຂອງຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ຄື: ສ້າງປະເທດລາວເປັນປະເທດ ສີຂຽວ ສະອາດ ງາມຕາ ມີຄວາມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ບົນພື້ນຖານການພັດທະນາເສດຖະກິດສີຂຽວ ເພື່ອບັນລຸການພັດທະນາແບບຍືນຍົງ ແລະ ກ້າວໄປເປັນປະເທດອຸດສາຫະກໍາທີ່ທັນສະໄໝ ພ້ອມທັງຮັບປະກັນຄວາມສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ.

ທ່ານຫົວໜ້າຂະແໜງສິ່ງແວດລ້ອມ ຍັງໄດ້ກ່າວຕື່ມວ່າ: ອີງໃສ່ແຜນພັດທະນາດ້ານເສດຖະກິດ-ສັງຄົມ 5 ປີ (2021-2025) ຂອງແຂວງໄດ້ວາງຄາດໝາຍ ສ້າງບ້ານ ຂຽວ ສະອາດ ງາມຕາ ຈໍານວນ 130 ບ້ານ ເທົ່າກັບ 30 ສ່ວນຮ້ອຍ ຂອງຈໍານວນບ້ານໃນທົ່ວແຂວງ ໂດຍເນັ້ນໃສ່ ບັນດາບ້ານເທດສະບານ ຂອງແຕ່ລະເມືອງ ແລະ ບ້ານທີ່ຕັ້ງຢູ່ຕາມແລວທາງສາຍຫຼັກ ຂອງແຂວງ, ຂອງເມືອງ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມາເຖິງປະຈຸບັນ ເຫັນວ່າແຂວງໄຊຍະບູລີ ສາມາດຍາດໄດ້ຜົນສໍາເລັດ ແລະ ປະກາດຮັບຮອງຕົວແບບຂຽວ ສະອາດ ງາມຕາ ໄດ້ 83 ບ້ານ, 51 ໂຮງຮຽນ, 60 ສໍານັກງານຫ້ອງການ ຖ້າທຽບໃສ່ແຜນ 5 ປີ ຍັງບໍ່ທັນບັນລຸ. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນລຸຕາມລະດັບຄາດໝາຍນັ້ນ, ຄູ-ອາຈານ ແລະ ນ້ອງນັກຮຽນ ຈະຕ້ອງໄດ້ຮຽນຮູ້ວຽກງານຂຽວ ສະອາດ ງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອ ເຊິ່ງບົດຮຽນທີ່ນໍາມາສະເໜີ ໃນຄັ້ງນີ້, ມີການສ້າງບ້ານ, ໂຮງຮຽນຕົວແບບ ຂຽວສະອາດ ງາມຕາ, ການຄຸ້ມຄອງສິ່ງເສດເຫຼືອ (ຂີ້ເຫຍື້ອ), ການປົກປັກຮັກສາສິ່ງແວດລ້ອມ ແລະ ຍັງມີກິດຈະກໍາຖາມ-ຕອບ ກ່ຽວກັບສິ່ງແວດລ້ອມ ຕື່ມອີກ.

ຂ່າວ: ແກ່ນທ້າວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa