

ໃນຕອນເຊົ້າວັນທີ 19 ກຸມພາ 2026 ນີ້ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄຊຍະບູລີໄດ້ຈັດພິທີມອບ-ຮັບເຂົ້າສານຈ້າວໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ໃຫ້ຜູ້ປະສົບໄພທິບັດ ແລະ ມອບເງິນນະໂຍບາຍຕາມດຳລັດ 57/ລບໃຫ້ 4 ເມືອງເໜືອຄື: ເມືອງ ຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງຄອບປະຈຳປີ 2025. ພິທີດັ່ງກ່າວໄດ້ຈັດຂື້ນທີ່ສະໂມສອນຂອງເມືອງຊຽງຮ່ອນ ໂດຍການເປັນປະທານຂອງທ່ານ ອາເມຊົງ ເຢຍເລັງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກແຮງງານແລະ ສະຫວັດດີການສັງຄົມແຂວງ, ມີປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ 4 ເມືອງເໜືອ, ມີທີມງານຂອງແຂວງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໜູພອນ ໄຊປັນຍາຈິດ ຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງໄດ້ຂື້ນຜ່ານບົດລາຍງານຫຍໍ້ສະພາບໄພທິບັດທີ່ເກີດຂື້ນປະຈຳປີ 2025 ຢູ່ແຂວງໄຊຍະບູລີ ບາງຕອນທ່ານໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂື້ນຢູ່ 11 ເມືອງທົ່ວແຂວງ ໂດຍສະເພາະໄພພິບັດທາງດ້ານນໍ້າຖ້ວມ, ລົມພາຍຸພັດ, ໄຟໄໝ້, ຟ້າຜ່າ ແລະ ສັດຕູພຶດທໍາລາຍຜົນຜະລິດ ລວມທັງໝົດ 48 ຄັ້ງ,ໃນນັ້ນເຫດການລົມພາຍຸພັດ 10 ຄັ້ງ, ອັກຄີໄພຈໍານວນ 18 ຄັ້ງ, ມີເຫດການຟ້າຜ່າ 5 ຄັ້ງ ແລະ ນໍ້າຖ້ວມ 10 ຄັ້ງ,ເຊິ່ງສົ່ງຜົນກະທົບຕໍ່ຊີວິດ, ຊັບສີນຂອງປະຊາຊົນ, ຂອງລວມໝູ່ ແລະ ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ມີບ້ານທີ່ໄດ້ຮັບຜົນກະທົບ 285 ບ້ານ, ມີ 7,992ຄອບຄົວ, ຈໍານວນພົນ 37,350 ຄົນ, ຍິງ 17,715 ຄົນ, ມີຜູ້ເສຍຊິວິດ 4 ຄົນ, ລວມມູຄ່າຜົນເສຍຫາຍທັງໝົດຈໍານວນ 273,919,744,000ກີບ; ຈາກນັ້ນກໍ່ໄດ້ມອບເຂົ້າສານຈ້າວໃຫ້ເມືອງຊຽງຮ່ອນຈຳນວນ 50,000 ກິໂລ, ເມືອງເງິນ 26,000 ກິໂລ, ເມືອງຫົງສາ 32,000 ແລະ ເມືອງ ຄອບ 30,000 ກິໂລ ລວມທັງໝົດ 138,000 ກິໂລ. ແລະ ພ້ອມດຽວກັນກໍ່ໄດ້ມອບເງິນນະໂຍບາຍອຸດໜູນເສຍສະຫຼະຊິວິດຈໍານວນ 8 ທ່ານ ແລະ ມອບນະໂຍບາຍອຸດໜູນເທື່ອດຽວຜູ້ທີ່ມີຊີວິດຈຳນວນ 11 ທ່ານ ເປັນເງິນລວມທັງໝົດ 324 ລ້ານກວ່າກີບ ໃຫ້ກັບການນຳ 4 ເມືອງເໜືອຂອງແຂວງໄຊຍະບູລີ, ໂດຍການໃຫ້ກຽດກ່າວມອບໂດຍທ່ານ ອາເມຊົງເຢຍເລັງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ໄຊຍະບູລີ ແລະ ຮັບໂດຍປະທານ ແລະ ຮອງປະທານຄະນະກຳມະການປົກຄອງ 4 ເມືອງເໜືອ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ຕອນທ້າຍທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກຳມະການປົກຄອງເມືອງຊຽງຮ່ອນໄດ້ຕາງໜ້າໃຫ້ການນຳ 4 ເມືອງເໜືອ ສະແດງຄວາມຂອບໃຈຕໍ່ກັບປະທານ ແລະ ທີມງານຂອງແຂວງ ທີ່ໄດ້ນຳເຂົ້າສານ ແລະ ມອບເງິນອຸໜູນນະໂຍບາຍໃຫ້ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດໃນຄັ້ງນີ້ຕື່ມອິກ.
ໂດຍ:ຄ ອ ມ ເມືອງຊຽງຮ່ອນ