ພິທີປະກາດການແຕ່ງຕັ້ງຫົວໜ້າຂະແໜງ,ຮອງຫົວໜ້າຂະແໜງຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ.

ໃນຕອນບ່າຍວັນທີ 21 ຕຸລາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຊັ້ນ 4 ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າຂະແໜງ,ຮອງຫົວໜ້າຂະແໜງຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງທ່ານ ອາເມ ຊົງເຍ້ຽເລັ່ງ  ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີແຂກທີ່ຖືກເຊີນ,ຫົວໜ້າ,ຮອງຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສົມລິດ ພົມມະແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຂຶ້ນຜ່ານຂໍ້ຕົກລົງເລກທີ 1796,1797,1798,1799,1800,1801,1802,1803, ລົງວັນທີ 10 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງບໍລິຫານ-ຈັດຕັ້ງ ຄະນະໂຄສະນາອົບຮົມແຂວງ ເຈົ້າແຂວງໄຊຍະບູລີ ຕົກລົງແຕ່ງຕັ້ງ ທ່ານ ນາງ ວຽງໄຊ ຈັນຟອງ ຫົວໜ້າຂະແໜງສື່ມວນຊົນ (ຖະແຫຼງຂ່າວ) ເປັນຫົວໜ້າຂະແໜງບໍລິຫານ-ຈັດຕັ້ງຂອງຄະນະໂຄສະນາອົບຮົມແຂວງ, ແຕ່ງຕັ້ງ ທ່ານ ອານຸວັນ ສັກດາວົງ ຫົວໜ້າກອງວິທະຍຸ-ໂທລະພາບຂອງແຂວງໄຊຍະບູລີ ເປັນຫົວໜ້າຂະແໜງສື່ມວນຊົນ (ຖະແຫຼງຂ່າວ) ຂອງຄະນະໂຄສະນາອົບຮົມແຂວງ, ແຕ່ງຕັ້ງ ທ່ານ ທອງແທ່ນ ພິລາຈັນ ຮອງຫົວໜ້າຂະແໜງອົບຮົມ ຂຶ້ນເປັນຮັກສາການຫົວໜ້າຂະແໜງອົບຮົມຂອງຄະນະໂຄສະນາອົບຮົມແຂວງ,ແຕ່ງຕັ້ງ ທ່ານ ນາງ ໂຕ່ນ່າ  ປ້ອງຜິວ ພະນັກງານວິຊາການບໍລິຫານ ຂຶ້ນເປັນຮອງຫົວໜ້າຂະແໜງບໍລິຫານ-ຈັດຕັ້ງຂອງຄະນະໂຄສະນາອົບຮົມແຂວງ, ແຕ່ງຕັ້ງ ທ່ານ ນາງ ວຽງພອນ ຂັດຕິຍະ ຮອງຫົວໜ້າກອງວິທະຍຸ-ໂທລະພາບແຂວງ ເປັນຮອງຫົວໜ້າຂະແໜງອົບຮົມຂອງຄະນະໂຄສະນາອົບຮົມແຂວງ,ແຕ່ງຕັ້ງ ທ່ານ ນາງ ຈັນສະໄໝ ລີ ຮອງຫົວໜ້າກອງວິທະຍຸ-ໂທລະພາບຂອງແຂວງ ເປັນຮອງຫົວໜ້າຂະແໜງສື່ມວນຊົນ (ຖະແຫຼງຂ່າວ) ຂອງຄະນະໂຄສະນາອົບຮົມແຂວງ,ແຕ່ງຕັ້ງ ທ່ານ ນາງ ອາລິລັດ ສົມພັນ ຮອງຫົວໜ້າກອງວິທະຍຸ-ໂທລະພາບຂອງແຂວງ ເປັນຮອງຫົວໜ້າຂະແໜງສື່ມວນຊົນ (ຖະແຫຼງຂ່າວ) ຂອງຄະນະໂຄສະນາອົບຮົມແຂວງ,ແຕ່ງຕັ້ງ ທ່ານ ສົມປະສົງ ສິດທິໄຊ ຫົວໜ້າກອງສື່ສິ່ງພິມຂອງແຂວງ ເປັນຮອງຫົວໜ້າຂະແໜງສື່ມວນຊົນ(ຖະແຫຼງຂ່າວ)ຂອງຄະນະໂຄສະນາອົບຮົມແຂວງ. ຈາກນັ້ນ ໄດ້ຮັບຟັງການມີຄໍາເຫັນຂອງທ່ານ ອາເມ ຊົງເຍ້ຽເລັງ  ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຊຶ່ງທ່ານໄດ້ເນັ້ນໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າຝຶກຝົນຕົນເອງໃຫ້ມີຄວາມກ້າວໜ້າ, ມີຄວາມສາມັກຄີເປັນປຶກແຜ່ນດຽວຂອງຄະນະໂຄສະນາອົບຮົມແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມກັນປະກອບສ່ວນເຮັດໃຫ້ວຽກງານຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງຕາມແນວທາງຂອງພັກ-ລັດມອບໝາຍໃຫ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa