

ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຂອງຊາດຂອງພັກຂື້ນຢູ່ທີ່ສະໂມສອນຂອງເມືອງໃນຕອນເຊົ້າຂອງວັນທີ 2 ເມສາ 2026 ນີ້.
ໂດຍໃຫ້ກຽດການເຂົ້າຮ່ວມປາຖະກະຖາຂອງທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງຕະຫຼອດຮອດພະນັກງານລັດຖະກອນພາຍໃນເມືອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ ກໍໃຫ້ກຽດຂື້ນເລົ່າຫວນຄືນມູນເຊື້ອ ຂອງວັນສໍາຄັນຕ່າງໆຄື: ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961-5 ເມສາ 2026 ) ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ( 14 ເມສາ 1955-15 ເມສາ 2026 ). ເຊິ່ງທ່ານໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ການສ້າງຕັ້ງ, ການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕະຫລອດຮອດຜົນງານການເຄື່ອນໄຫວແຕ່ລະໄລຍະຂອງ 2 ວັນດັ່ງກ່າວຈາກອາດີດຈົນເຖິງປັດຈຸບັນ.
ການປາຖະກະຖາໃນຄັ້ງນີ້ ກໍເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ພໍ່ແມ່ປະຊາຊົນ ແລະ ຊາວໜຸ່ມຄົນຮຸ່ນຫລັງໄດ້ຮັບຮູ້ ແລະ ເຂົ້າໃຈເຖິງບົດບາດ, ຄວາມໝາຍຄວາມສໍາຄັນ ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງ 2 ວັນດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງ, ຮັ່ງມີ ສີວິໄລຂື້ນໄປເລື້ອຍໆ.
ໃນຕອນທ້າຍ ກໍໄດ້ມີການມອບລາງວັນໃຫ້ແກ່ທີມນັກກິລາເປຕັງຊາຍທີ່ໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນຜ່ານມາຕື່ມອີກ.