ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ຂັ້ນກາງ ຮຸ່ນທີIII ແລະ ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ VI ຂັ້ນກາງ ຮຸ່ນທີ IV.

ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ຂັ້ນກາງ ຮຸ່ນທີIII ແລະ ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ VI ຂັ້ນກາງ ຮຸ່ນທີ IV ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 19 ສິງຫາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ທ່ານ ປອ ດາວສະຫວັນ ເຄືອມີໄຊ  ຮອງເລຂາຄະນະບລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາແຂກທີ່ຖືກເຊີນ,ຄູ-ອາຈານ ພ້ອມດ້ວຍນັກສຶກສາຂັ້ນຕົ້ນ ແລະ ຂັ້ນກາງເຂົ້າຮ່ວມ.

ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ຂັ້ນກາງ ຮຸ່ນທີIII  ວ່າ: ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໄດ້ຈັດຕັ້ງການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ເລີ່ມແຕ່ວັນທີ 12 ພຶດສະພາ 2025 ຫາ ວັນທີ 15 ສິງຫາ 2025 ຊຸດຮຽນນີ້ ມີຜູ້ເຂົ້າຮຽນທັງໝົດຈໍານວນ 48 ສະຫາຍ ຍິງ 11 ສະຫາຍ ແລະຂັ້ນກາງ ຮຸ່ນທີ III ເລີ່ມແຕ່ວັນທີ 03 ກຸມພາ 2025 ຫາ ວັນທີ 12 ສິງຫາ 2025 ຊຸດຮຽນນີ້ ມີນັກສຶກສາທັງໝົດຈໍານວນ 51 ສະຫາຍ, ຍິງ 13 ສະຫາຍ, ໂຮງຮຽນໄດ້ຈັດຕັ້ງການຮຽນ-ການສອນ ຕາມໂຄງການຫຼັກສູດທີ່ສະຖາບັນ ການເມືອງ ແລະການປົກຄອງແຫ່ງຊາດ ກຳນົດ.

ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ V ໄດ້ໃຊ້ເວລາຮຽນ 3 ເດືອນ, ມີ ວິຊາຮຽນທັງໝົດ 11 ວິຊາ, ແບ່ງອອກເປັນ 7 ກຸ່ມວິຊາ. ໃຊ້ເວລາຮຽນຕົວຈິງ 454 ຊົ່ວໂມງ, ຂຶ້ນຫ້ອງບັນຍາຍ 185 ຊົ່ວໂມງ, ກຽມສໍາມະນາ 27 ຊົ່ວໂມງ, ສໍາມະນາ 59 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 36 ຊົ່ວໂມງ, ສອບເສັງຂຽນ 44 ຊົ່ວໂມງ, ສອບເສັງປາກເປົ່າ 28 ຊົ່ວໂມງ, ລາຍງານເພີ່ມ 48 ຊົ່ວໂມງ, ທັດສະນະສຶກສາທ້າຍຊຸດຮຽນ 7 ຊົ່ວໂມງ, ແນະນໍາການປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ 3 ຊົ່ວໂມງ, ປ້ອງກັນບົດປະເມີນ ຄວາມຮັບຮູ້ຈົບຂັ້ນຕົ້ນ 7 ຊົ່ວໂມງ. ສໍາລັບຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ໄດ້ໃຊ້ເວລາຮຽນ 6 ເດືອນ, ມີວິຊາຮຽນທັງໝົດ 14 ວິຊາ, ແບ່ງອອກເປັນ 7 ກຸ່ມວິຊາ. ຊຶ່ງໃຊ້ເວລາຮຽນ ຕົວຈິງ 689 ຊົ່ວໂມງ, ຂຶ້ນຫ້ອງບັນຍາຍ 366 ຊົ່ວໂມງ, ກຽມສໍາມະນາ 29 ຊົ່ວໂມງ, ສໍາມະນາ 84 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 39 ຊົ່ວໂມງ, ລາຍງານເພີ່ມ 30 ຊົ່ວໂມງ, ລົງສະ ໝາມ 7 ຊົ່ວໂມງ, ສອບເສັງຂຽນກັບຂຽນບົດລາຍງານ 61 ຊົ່ວໂມງ, ສອບເສັງປາກ ເປົ່າ 28 ຊົ່ວໂມງ. ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຄະແນນສອບເສັງ 11 ວິຊາ ແລະປ້ອງກັນ ບົດປະເມີນຄວາມຮັບຮູ້ຈົບຂັ້ນສາມາດສະເລ່ຍ ຈັດປະເພດໄດ້ດັ່ງນີ້: ເກຼດ A ຄະແນນ ສະເລ່ຍ 4,0 ມີ 26 ສະຫາຍ, ຍິງ 7 ສະຫາຍ ເທົ່າກັບ 54,2%. ເກຼດ B ຄະແນນ ສະເລ່ຍ 3,5 ມີ 22 ສະຫາຍ, ຍິງ 4 ສະຫາຍ, ເທົ່າກັບ 48,8%. ຊຸດຮຽນທິດສະດີການເມືອງ ຂັ້ນກາງ ຄະແນນສອບເສັງ 14 ວິຊາ ແລະປ້ອງກັນ ບົດຈົບຂັ້ນ ສາມາດສະເລ່ຍ ແລະຈັດປະເພດໄດ້ຄື: ເກດ A ຄະແນນສະເລ່ຍ 4,0 ມີ 29 ສະຫາຍ ເທົ່າກັບ 58%. ເກດ B+ ຄະແນນສະເລ່ຍ 3,5 ມີ 21 ສະຫາຍ ເທົ່າກັບ 42%. ພ້ອມນີ້ ໃນພິທີໄດ້ມີການມອບໃບຢັ້ງຢືນຈົບທິດສະດີການເມືອງ,ໃບຍ້ອງຍໍ, ໃບຊົມເຊີຍ ແລະ ໃບສົມມະນາບຸນຄຸນ ເປັນກຽດມອບໂດຍທ່ານ ປອ ດາວສະຫວັນ ເຄືອມີໄຊ  ຮອງເລຂາຄະນະບລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ແລະ ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ຜັດປ່ຽນກັນຂຶ້ນມອບ. ຈາກນັ້ນ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄດ້ມີຄໍາເຫັນໂອລົມ ທັງກ່າວປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ຂັ້ນກາງ ຮຸ່ນທີIII ແລະ ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ VI ຂັ້ນກາງ ຮຸ່ນທີ IV ຢ່າງເປັນທາງການ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa