ພິທີປິດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ຊຸດທີ IX ປີ 2025 ໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ.

ພິທີປິດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ຊຸດທີ IX ປີ 2025 ໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກັນຍາ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ,  ມີຫົວໜ້າ, ຮອງຫົວໜ້າພະແນກການ,  ກົມກອງ, ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ພ້ອມດ້ວຍນັກຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ຊຸດທີ IX ປີ 2025 ເຂົ້າຮ່ວມ.

ໃນພິທີທ່ານ ບຸນລ້ຽງ ດວງສົມພອນ ຫົວໜ້າພະແນກຍຸຕິທໍາແຂວງໄຊຍະບູລີ ຂຶ້ນຜ່ານບົດສະຫຼຸບຜົນສໍາເລັດການຮຽນການສອນກົດໝາຍ 45 ວັນ ຊຸດທີ IX  ປະຈໍາປີ 2025 ວ່າ:  ໂດຍປະຕິບັດ ຕາມແຜນຍຸດທະສາດຂອງແຂວງ ກ່ຽວກັບວຽກງານ ການສ້າງຊັບພະຍາກອນມະນຸດກໍຄື ການສ້າງ ບຸກຄະລາກອນກົດໝາຍໃຫ້ແກ່ທ້ອງຖິ່ນຮາກຖານ ໃນການຝຶກອົບຮົມກົດໝາຍ 45 ວັນ ແມ່ນປະຕິບັດຕາມຄໍາແນະນໍາ ຂອງລັດຖະມົນຕີກະຊວງຍຸຕິທໍາ ໂດຍສະເພາະແມ່ນການສ້າງພະນັກງານກົດໝາຍໃຫ້ບັນດາພະແນກການ, ອົງການ, ອ້ອມຂ້າງແຂວງ ເພື່ອເປັນການບຳລຸງ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານຫຼັກແຫຼ່ງໃຫ້ມີຄວາມຮູ້ຂັ້ນ ພື້ນຖານທາງດ້ານກົດໝາຍ ແລະ ນິຕິກຳຕ່າງໆ. ມີນັກຝຶກອົບຮົມກົດໝາຍຂັ້ນພື້ນຖານ 45 ວັນ ມີທັງໝົດ 36 ທ່ານ ຍິງ 10 ທ່ານ. ການຝຶກອົບຮົມກົດໝາຍ 45 ວັນ ຊຸດທີ IX ໄດ້ເລີ່ມເປີດການຮຽນ-ການສອນ ແຕ່ວັນທີ 17 ກໍລະກົດ 2025 ຫາວັນທີ 17 ກັນຍາ 2025 ແມ່ນສໍາເລັດການຮຽນ-ການສອນທັງໝົດ 32 ວິຊາ ຕາມຫຼັກສູດ (ແຍກ ຕາມກົດໝາຍ 41 ກົດໝາຍ), ລວມເປັນ 21.5 ໜ່ວຍກິດ, 301 ຊົ່ວໂມງ. ຈາກນັ້ນ ຜູ້ເຂົ້າຮ່ວມຮັບຟັງການຜ່ານຂໍ້ຕົກລົງຂອງຫົວໜ້າສະຖາບັນຍຸຕິທໍາພາກເໜືອແຂວງຫຼວງພະບາງ, ພ້ອມທັງມອບໃບຢັ້ງຢືນໃຫ້ນັກຝຶກອົບຮົບກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ, ມອບໃບຍ້ອງຍໍໃຫ້ຄະນະຮັບຜິດຊອບ, ຄູ-ອາຈານ, ນັກຝຶກອົບຮົມ ແລະ ມອບໃບສົມມະນາບຸນຄຸນ ເປັນກຽດມອບຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ບຸນລ້ຽງ ດວງສົມພອນ ຫົວໜ້າພະແນກຍຸຕິທໍາແຂວງໄຊຍະບູລີ ຜັດປ່ຽນຂຶ້ນມອບ. ໃນຕອນທ້າຍໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຕື່ມອີກ.

ຂ່າວ+ພາບ: ຄໍາໝ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa