

ມອບ-ຮັບໝ້າທີ່ຫົວໝ້າພະແນກວັດທະນະທຳແລະການທ່ອງທ່ຽວຜູ້ເກົ່າແລະຜູ້ໃໜ່ໄດຈັດຂື້ນໃນວັນທີ17ທັນວາ2025.ທີ່ຫ້ອງປະຊຸມພະແນກວັດທະນະທຳແລະການທ່ອງທ່ຽວແຂວງ ໄຊຍະບູລີ.ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ,ມີແຂກຖືກເຊີນ,ຫົວໝ້າ,ຮອງຫົວໝ້າຂະແໝງການພ້ອມດ້ວຍພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ນາງ ບົວຈັນ ພັນທະວົງ ຫົວໝ້າພະແນກວັດທະນະທຳແລະການທ່ອງທ່ຽວຜູ້ເກົ່າ ໄດ້ຕີລາຄາຄືນຕະຫຼອດໄລຍະການຊີ້ນຳໆພາແມ່ນໄດ້ສຸມທຸກສະຕິເປັນຍາ, ຄວາມຮູ້ຄວາມສາມາດຂອງຄົນ ເພື່ອຊີ້ນໍາ,ນຳພາວຽກງານດັ່ງກ່າວ ໃຫ້ໄດ້ຮັບການພັດທະນາເປັນກ້າວໆມາ ເຊິ່ງສະແດງອອກຜົນງານທີ່ພົ້ນເດັ່ນບາງດ້ານ ດັ່ງນີ້: ພະແນກວັດທະນະທຳແລະການທ່ອງທ່ຽວ ນະກອບມີ 3 ຂະແໜງການ, 1ກອງວິຊາການມີສາຍຕັ້ງຂື້ນກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ສາຍຂວາງຂຶ້ນກັບແຂວງໄຊຍະບູລີ,ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາກະຊວງວັດທະນະທໍາ ແລະ ການທ່ອງ ທ່ຽວ ແລະ ແຂວງໄຊຍະບູລີ ມີພະນັກງານທັງໝົດ 46 ທ່ານ, ຍິງ 24 ທ່ານ, ລະດັບວິຊາສະເພາະ ຊັ້ນ ປະລິນຍາໂທ 4 ທ່ານຍິງ 0 ທ່ານ: ຊັ້ນປະລິນຍາຕີ 11 ທ່ານ, ຍິງ 6 ທ່ານ; ຊັ້ນສູງ 26 ທ່ານ, ຍິງ 15 ທ່ານ, ຊັ້ນກາງ 4 ທ່ານ, ຍິງ 2. ທ່ານ ແລະ ຊັ້ນຕົ້ນ 2 ທ່ານ, ຍິງ 1 ທ່ານພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແມ່ນໄດ້ເຄື່ອນໄຫວວຽກງານຕາມ 3 ຂົງເຂດວຽກ ງານວິຊາສະເພາະ ແລະ ຂົງເຂດເສນາຕົ້ນຕໍຄື:ຖະແຫຼງຂ່າວ-ສື່ມວນຊົນ ແມ່ນໄດ້ຫັນເປັນກັນສະໄໝ ແລະ ມີຄຸນນະພາບສູງຂື້ນ, ໄດ້ປັບປຸງເນື້ອໃນຮູບແບບລາຍການ ເພື່ອໂຄສະນາ, ເຜີຍແຜ່ ກ່ຽວກັບນະໂຍບາຍຂອງພັກ-ລັດ, ວັນສໍາຄັນທາງດ້ານ ປະຫວັດສາດຂອງພັກ-ຂອງຊາດ,ເຄື່ອນໄຫວເກັບກຳຂ່າວ, ຜະລິດຂ່າວ-ອອກຂ່າວຢູ່ພາຍໃນແຂວງ ແລະ ສົ່ງໃຫ້ສູນກາງ ໄດ້ທັງໝົດ 15,528 ຂ່າວ, ທຽບໃສ່ສະການ ປະຕິບັດ ໄດ້ 103,5%ປະຈຸບັນ ບ້ານທີ່ມີໂທລະໂຄ່ງ ມີ 430 ບ້ານ ເທົ່າກັບ 100% ຂອງບ້ານທັງໝົດ.
ໄດ້ຊຸກຍູ້ ແລະ ຍົກລະດັບຄຸນະພາບ ຂອງຂະບວນການສ້າງຄອບຄົວ ແລະ ບ້ານວັດທະ ນະທໍາ ເປັນຕົ້ນຕໍ, ເຊິ່ງສາມາດ ສ້າງບ້ານວັດທະນະທຳໄດ້ 22 ບ້ານ, ຄອບຄົວວັດທະນະທໍາ 5,096 ຄົບ ຄົວ ແລະ ສ້າງກົມກອງວັດທະນະທຳໄດ້ 345 ກົມກອງ. ປັດຈຸບັນ ທົ່ວແຂວງມີບ້ານວັດທະນະທໍາທັງໝົ ດ 410 ບ້ານ ເທົ່າກັບ 95,3% ຂອງບ້ານທັງໝົດ, ທົ່ວແຂວງ ມີຄອບຄົວທັງໝົດ 80.192 ຄອບຄົວ ໃນນີ້ມີຄອບຄົວວັດທະນະທໍາ 74.235 ຄອບຄົວ ເທົ່າກັບ 89,8% ຂອງຄອບຄົວທັງໝົດ, ອັນທີ່ພົ້ນ ເດັ່ນ ແມ່ນໄດ້ນໍາພາໃນການຮັບຮອງເອົາບ້ານວັດທະນະທໍາຕົວແບບ ໄດ້ 2 ບ້ານ ຄື: ບ້ານໃຫຍ່ ເມືອງ ໄຊຍະບູລີ ແລະ ບ້ານວຽງແກ້ວ ເມືອງຫົງສາ, ນອກຈາກນີ້ ຍັງໄດ້ປະກາດຮັບຮອງເອົາມໍລະດົກທ້ອງ ຖິ່ນຂັ້ນແຂວງ ໄດ້ 2 ແຫ່ງຄື: ວັດສີບຸນເຮືອງ ບ້ານໃຫຍ່ ເມືອງໄຊຍະບູລີ ແລະ ວັດສີມຸງຄຸນໄຊຍະລາມ (ພະໂອ້ຍ) ເມືອງພຽງ,ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມງານບຸນປະເພນີທີ່ເປັນເອກະລັກຂອງບັນດາເມືອງ ໃຫ້ ກາຍເປັນເທດສະການ ເພື່ອຮັບໃຊ້ວຽກງານການທ່ອງທ່ຽວ, ປຸກລະດົມນັກທຸລະກິດຜູ້ປະກອບການທັງ ພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນທຸລະກິດດ້ານການທ່ອງທ່ຽວ, ເຊິ່ງປັດຈຸບັນ ທົ່ວແຂວງມີແຫຼ່ງ ທ່ອງທ່ຽວທັງໝົດ 149 ແຫ່ງ ໃນນີ້, ແຫຼ່ງທ່ອງທ່ຽວທາງທໍາມະຊາດ 107 ແຫ່ງ, ວັດທະນະທຳ 31 ແຫ່ງ, ປະຫວັດສາດ 11 ແຫ່ງ, ແຫຼ່ງທ່ອງທ່ຽວທີ່ໄດ້ການພັດທະນາ ແລະ ເປີດບໍລິການແລ້ວ 8 ແຫ່ງ, ມີໂຮງແຮມ 7 ແຫ່ງ, ເຮືອນພັກ 182 ແຫ່ງ, ຣີສອດ 6 ແຫ່ງ, ພັດທະຄານ 2 ແຫ່ງ, ຮ້ານອາຫານ 84 ແຫ່ງ, ຮ້ານບັນເທິງ 18 ແຫ່ງ, ຮ້ານກິນດື່ມ 31 ແຫ່ງ ແລະ ບໍລິສັດທ່ອງທ່ຽວ ມີ 20 ບໍລິສັດ.ໃນ 5 ປີ ຜ່ານມາ ສາມາດດຶງດູດເອົານັກທ່ອງທ່ຽວໄດ້ທັງໝົດ 487,397 ຄົນ ສະເລ່ຍ 97,479 ຄົນປີ, ທຽບໃສ່ແຜນການປະຕິບັດໄດ້ 55,7% (ແຜນການ 175.000 ຄົນ/ປີ), ສ້າງລາຍຮັບໄດ້ 23,1 ລ້ານ ໂດລາສະຫະລັດ ສະເລ່ຍ 4,6 ລ້ານໂດລາສະຫະລັດຕໍ່ປີ ເທົ່າກັບ 52,1% ຂອງແຜນການ.ຈາກນັ້ນທ່ານ ນາງ ບົວຈັນ ພັນທະວົງ ຫົວໝ້າພະແນກ ວັດທະນະທຳແລະການທ່ອງທ່ຽວແຂວງຜູ້ເກົ່າ ແລະທ່ານ ນາງ ພິລາວັນ ອົງແກ້ວ ຫົວໝ້າ ພະແນກ ວັດທະນະທຳແລະການທ່ອງທ່ຽວຜູ້ໃໜ່ ໄດ້ຮ່ວມກັນເຊັນບົດບັນທືກມອບ-ຮັບຢ່າງເປັນທາງການໂດຍຊ່ອງໝ້າທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ,ຕອນທ້າຍທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ ໄຊຍະບູລີໄດ້ມີຄຳເຫັນໂອ້ລົມ.ໂດຍທ່ານໄດ້ເນັ້ນໝັກໃຫ້ຄະນະນຳພະແນກທີ່ໄດ້ຮັບການແຕ່ງຕັ້ງໃໜ່ຈົ່ງໄດ້ສືບຕໍ່ເອົາໃຈໃສ່ສ້າງຄວາມສາມັກຄີພາຍໃນໜູ່ຄະນະແລະພະນັກງານລັດຖະກອນພາຍໃນພະແນກໃຫ້ໝັກແໝ້ນເຂັ້ມແຂວງເຮັດວຽກຕ້ອງເປັນໜູ່ຄະນະແບ່ງຄວາມຮັບຜິດຊອບຕັ້ງໝ້າເຝິກຝົນຫຼໍ່ຫຼອມຄຸດທາດການເມືອງ,ຄຸນສົມບັດສີນທຳປະຕິວັດເປັນແບບຢ່າງນຳໝ້າໃນທຸກວຽກງານ.ເອົາໃຈໃສ່ຄົ້ນຄ້ວາຊອກຮູ້ຮໍ່າຮຽນສິ່ງທີ່ໃໜ່ເພຶ່ອພັດທະນາຕົນເອງແລະການຈັດຕັ້ງໃຫ້ດີກ່ວາເກົ່າ.