ພິທີມອບ-ຮັບ ລະຫວ່າງຫົວໜ້າພະແນກການເງິນແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່.

ຕອນບ່າຍວັນທີ 2 ມັງກອນ 2026 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດພິທີມອບ-ຮັບ ຫົວໜ້າພະແນກການເງິນແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີກໍາມະການປະຈໍາພັກແຂວງ,ກໍາມະການພັກແຂວງ, ມີຄະນະພະແນກ,ຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າ,ຮອງຫົວໜ້າຂະແໜງການ,ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກການເງິນແຂວງ (ຜູ້ເກົ່າ) ໄດ້ລາຍງານວຽກໃນໄລຍະຜ່ານມາວ່າ: ພະແນກການເງິນແຂວງ ປະກອບມີ 7ຂະແໜງການ ທີ່ຂຶ້ນກັບຄື: ຂະແໜງຈັດຕັ້ງ ແລະ ບໍລິຫານ, ຂະແໜງງົບປະມານແຫ່ງລັດ, ຂະແໜງຄຸ້ມຄອງຊັບສິນແຫ່ງລັດ, ຂະແໜງກວດກາລັດ, ຂະແໜ ງຄຸ້ມຄອງການບັນຊີ, ຂະແໜງແຜນການ ແລະ ສະຖິຕິ ແລະ ຂະແໜງຈັດຊື້-ຈັດຈ້າງ, ມີ 03 ຂະແໜງການ ສາຍຕັ້ງຂຶ້ນກັບ ສ່ວຍສາອາກອນປະຈໍາແຂວງ, ຄັງເງິນປະຈຳແຂວງ, ພາສີປະຈຳແຂວງ ແລະ ມີ 01 ຫ້ອງ ການການເງິນຈຸລະພາກຂຶ້ນກັບ. ມີພະນັກງານ-ລັດຖະກອນ 71 ທ່ານ ຍິງ 35 ທ່ານ ອາສາສະໜັກ 2 ທ່ານ ຍິງ 1 ທ່ານ. ປີ 2025 ແຂວງໄຊຍະບູລີໄດ້ຮັບຕົວເລກແຜນລາຍຮັບລວມທັງພູດສູນກາງປະຕິບັດຢູ່ແຂວງ 2.755,30 ຕື້ກີບ, ດັດແກ້ເພີ່ມ 11,96 ຕື້ກີບ, ລວມແຜນດັດແກ້ທັງໝົດ 2.767,26 ຕື້ກີບ, ຜ່ານການຈັດ ຕັ້ງປະຕິບັດລາຍຮັບທັງໝົດໄດ້ 2.731,26 ຕື້ກີບ ເທົ່າກັບ 98,69% ຂອງແຜນດັດແກ້. ລາຍຮັບພູດສູນກາງ ແຜນ 1.355,20 ຕື້ກີບ, ປະຕິບັດໄດ້ 1.221,41 ຕື້ກີບ, ເທົ່າກັບ 90,13% ຂອງ ແຜນການປີ. ລາຍຮັບພາຍໃນແຂວງ ແຜນ 1.400,10 ຕື້ກີບ, ປະຕິບັດໄດ້ 1.510,43 ຕື້ກີບ, ເທົ່າກັບ 106,97% ຂອງແຜນດັດແກ້, ລື່ນແຜນ6,97%, ເປັນເງິນ 98,37 ຕື້ກີບ. ຈາກນັ້ນ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກການເງິນແຂວງ (ຜູ້ເກົ່າ), ທ່ານ ທະວີສັກ ໄຊຍະວົງ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງ (ຜູ້ໃໝ່) ໄດ້ຮ່ວມກັນເຊັນບົດບັນທຶກ ໂດຍຊ່ອງໜ້າຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ພະແນກການເງິນແຂວງໄຊຍະບູລີ ເປັນສັກຂີ່ພິຍານ. ຕອນທ້າຍພິທີໄດ້ຮັບຟັງການມີຄໍາເຫັນຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ ຕື່ມອີກ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa