ພິທີມອບ-ໂອນ ວຽກງານສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 25 ສິງຫາ 2025 ນີ້ຢູ່ທີ່ຫ້ອງປະຊຸມພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ມີຮອງຫົວໜ້າພະແນກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ, ກອງວິຊາການ ຕະຫຼອດຮອດພະນັກງານພາຍໃນພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ກອງໄລ ວິໄລພອນ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ໄດ້ຂຶ້ນຜ່ານບົດລາຍງານຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ ສິດ ແລະ ໜ້າທີ່ ຕາມພາລະບົດບາດ ແລະ ຜົນສໍາເລັດ ຂອງວຽກງານດັ່ງກ່າວ; ພ້ອມນີ້ໃນພິທີກໍ່ໄດ້ຮັບຟັງການຜ່ານມະຕິຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການປັບປຸງ ກົງຈັກການຈັດຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ; ສໍາລັບວຽກງານທີ່ຈະມອບ-ໂອນ ປະກອບມີ 01 ຂະແໜງການ ແລະ 02 ກອງວິຊາການ ຄື: ຂະແໜງຖະແຫຼງຂ່າວ, ກອງວິຊາການສະຖານີວິທະຍຸ-ໂທລະພາບ ແລະ ກອງວິຊາການສື່ສິ່ງພິມ ມີພະນັກງານ-ລັດຖະກອນ 24 ທ່ານ, ຍິງ 10 ທ່ານ; ອາສາສະ ໝັກ 02 ທ່ານ ແລະ ມີ 01 ໜ່ວຍພັກ (ໜ່ວຍພັກຖະແຫຼງຂ່າວ) ມີ ສະມາຊິກພັກທັງໝົດ 21 ສະຫາຍ, ຍິງ 09 ສະຫາຍ; ມີອົງການຈັດຕັ້ງກໍາມະບານ, ອົງການຈັດຕັ້ງແມ່ຍິງ ແລະ ອົງການຈັດຕັ້ງຊາວໜຸ່ມ, ມີອາຄານສະຖານທີ່ເຮັດວຽກ, ງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ວຽກງານວິຊາສະເພາະ ທັງໝົດໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ. ພ້ອມດຽວກັນນີ້ ທ່ານ ກອງໄລ ວິໄລພອນ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ແລະ ທ່ານ ໄຊຊະນົນ ທິແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລົງນາມເຊັນບົດບັນທຶກ ການມອບ-ໂອນວຽກງານສື່ມວນຊົນຮ່ວມກັນຢ່າງເປັນທາງການ ໂດຍຊ່ອງໜ້າບັນດາທ່ານທີ່ເຂົ້າຮ່ວມເປັນສັກຂີພິຍານ. ຕອນທ້າຍພິທີກໍ່ໄດ້ຮັັບຟັງການມີຄໍາເຫັນໂອ້ລົມ ຂອງທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ເຊິ່ງໄດ້ຍົກໃຫ້ເຫັນຄວາມຈໍາເປັນ ແລະ ໃຫ້ມີຄວາມເຂົ້າໃຈ ໃນການປັບປຸງການຈັດຕັ້ງໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ພະນັກງານສືບຕໍ່ເຕົ້າໂຮມຄວາມສາມັກຄີ ພ້ອມກັນຈັດຕັ້ງປະຕິບັດພັດທະນາວຽກງານທີ່ໄດ້ຖືກມອບໝາຍໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
ຂ່າວ: ມະໄລວັນ