ພິທີເປີດການນຳໃຊ້ ລະບົບນ້ຳປະປາແຫ່ງໃໝ່ ພື້ນທີ່ເທດສະບານ ເມືອງທົ່ງມີໄຊ ແຂວງໄຊຍະບູລີ

ໃນຕອນບ່າຍຂອງວັນທີ 01 ເມສາ 2026 ຢູ່ທີ່ອ່າງນໍ້າປະປາແຫ່ງໃໝ່ ຕັ້ງຢູ່ຂອບເຂດຂອງບ້ານດ່ານ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີເປີດ ການນຳໃຊ້ ລະບົບນ້ຳປະປາແຫ່ງໃໝ່ ພື້ນທີ່ເທດສະບານ  ເມືອງທົ່ງມີໄຊ ແຂວງໄຊຍະບູລີ ພາຍໃຕ້ໂຄງການສົ່ງເສີມ ການເຂົ້າເຖິງນ້ຳປະປາ ແລະ ສຸຂະອານະໄມແບບຍືນຍົງ ຂຶ້ນ ນໍາໂດຍ ທ່ານ ງາມປະສົງ ເມືອງມະນີ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ທ່ານ ບຸດສະກອນ ອິນທະລັງສີ, ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ພ້ອມດ້ວຍຄະນະຈາກ ກົມນໍ້າປະປາ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຄະນະນຳຂອງເມືອງທົ່ງມີໄຊ, ລັດວິສາຫະກິດນໍ້າປະປາແຂວງ ແລະ ມູນນິທິອິດມິດເວດ ປະຈໍາ ສປປ ລາວ ຕະຫຼອດຮອດຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ

ເຊິ່ງໂຄງການກໍ່ສ້າງລະບົບນໍ້າປະປາ ຢູ່ເມືອງທົ່ງມີໄຊ ແຂວງໄຊຍະບູລີ ແມ່ນໜຶ່ງໃນເຂດເປົ້າໝາຍຂອງໂຄງການສົ່ງເສີມການເຂົ້າເຖິງນໍ້າປະປາ ແລະ ສຸຂາອະນາໄມແບບຍືນຍົງ ໂດຍການມີສ່ວນຮ່ວມລະຫວ່າງ ລັດ, ເອກະຊົນ ແລະ ຊຸມຊົນ ໄລຍະທີ 04 (WOBA4). ໂຄງການດັ່ງກ່າວໄດ້ເລີ່ມກໍ່ສ້າງໃນທ້າຍເດືອນ ພຶດສະພາ ປີ2024 ແລະ ສໍາເລັດໃນທ້າຍເດືອນມີນາ 2025. ໂຮງງານຜະລິດນໍ້າປະປາແຫ່ງນີ້ ມີກໍາລັງການຜະລິດ 1,500 ແມັດກ້ອນຕໍ່ວັນ. ມີມູນຄ່າລວມທັງໝົດ 765,063.78 ໂດລາສະຫະລັດ, ໃນນັ້ນ ມູນນິທິອິດມິດເວດ ປະຈໍາ ສປປ ລາວ ໄດ້ສົມທົບທຶນຊ່ວຍເຫຼືອລ້າ ຈໍານວນ 200,000 ໂດລາສະຫະລັດ,ສ່ວນທີ່ເຫຼືອ 565,063.78 ໂດລາສະຫະລັດ ແມ່ນການລົງທຶນຂອງລັດວິສາຫະກິດນ້ຳປະປາແຂວງໄຊຍະບູລີ.

 

ນັບແຕ່ຕົ້ນເດືອນເມສາ 2025 ເປັນຕົ້ນມາ, ລະບົບນໍ້າປະປາດັ່ງກ່າວ ໄດ້ເລີ່ມຜະລິດ ແລະ ໃຫ້ບໍລິການແກ່ປະຊາຊົນ ໃນ 07 ບ້ານ ປະກອບມີ: ບ້ານນາມ່ວງ, ບ້ານແດດ, ບ້ານໃຫຍ່, ບ້ານດອນພູນ, ບ້ານນາໝອກ, ບ້ານທາດ ແລະ ບ້ານດ່ານ, ກວມເອົາ 1,233 ຄົວເຮືອນ ແລະ 5,950 ຄົນ, ເຮັດໃຫ້ປະຊາຊົນມີໂອກາດເຂົ້າເຖິງນໍ້າສະອາດທີ່ມີຄຸນນະພາບ, ປອດໄພ ແລະ ພຽງພໍສໍາລັບການດໍາລົງຊີວິດປະຈໍາວັນ.

 

ການກໍ່ສ້າງ ແລະ ນໍາໃຊ້ລະບົບນໍ້າປະປາແຫ່ງນີ້ ນອກຈາກຈະເປັນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃນເຂດເປົ້າໝາຍແລ້ວ, ຍັງເປັນການສະທ້ອນໃຫ້ເຫັນເຖິງຜົນສໍາເລັດຂອງການຮ່ວມມືລະຫວ່າງ ພາກລັດ, ພາກເອກະຊົນ, ຊຸມຊົນ ແລະ ບັນດາພາກສ່ວນທີ່ຮ່ວມພັດທະນາ ໃນການຂັບເຄື່ອນວຽກງານນໍ້າປະປາ ແລະ ສຸຂາອະນາໄມ ໃຫ້ມີຄວາມຍືນຍົງ.

ໃນໂອກາດດັ່ງກ່າວນີ້ບັນດາທ່ານຄະນະນຳແຕ່ລະຂັ້ນທີ່ເຂົ້າຮ່ວມໃນພິທີ ກໍ່ໄດ້ພ້ອມກັນຕັດແຖບຜ້າ ເປີດການນຳໃຊ້ ລະບົບນ້ຳປະປາ ພື້ນທີ່ເທດສະບານ ເມືອງທົ່ງມີໄຊ ແຂວງໄຊຍະບູລີຢ່າງເປັນທາງການ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa