ໃນຕອນເຊົ້າວັນທີ 11 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ຊຸດທີ IX ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ສະພາປະຊາຊົນແຂວງ, ຄູ-ອາຈານ ແລະ ນັກສໍາມະນາກອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນລ້ຽງ ດວງສົມພອນ ຫົວໜ້າພະແນກຍຸຕິທໍາແຂວງ ໄດ້ກ່າວວ່າ: ເພື່ອສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕ ປະຊາຊົນ ໃນການຍຶດໝັ້ນຫຼັກການພັກນໍາພາ ແລະ ອໍານາດຕາມກົດໝາຍລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ປະຊາຊົນສະເໝີພາບຕໍ່ໜ້າກົດໝາຍຕາມຫຼັກການຂອງພັກໃຫ້ໝັ້ນຄົງ. ຊຸດຮຽນກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ປະກອບມີ 32 ວິຊາຮຽນ, 22,5 ໜ່ວຍກິດ ແລະ 360 ຊົ່ວໂມງ, ມີສໍາມະນາກອນເຂົ້າຮຽນທັງໝົດ 40 ທ່ານ, ຍິງ 10 ທ່ານ. ທັ້ງນີ້ ກໍເພື່ອເປັນການຈັດຕັ້ງປະຕິບັດຕາມແຜນຍຸດທະສາດຂອງແຂວງ ກ່ຽວກັບວຽກງານສ້າງຊັບພະຍາກອນມະນຸດກໍຄືສ້າງພະນັກງານໃຫ້ໄດ້ບໍາລຸງຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານກົດໝາຍໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຮັບປະກັນທາງດ້ານຄຸນນະພາບ. ຈາກນັ້ນ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງການຮຽນ-ການສອນກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ຊຸດທີ IX ໃນຕອນທ້າຍໄດ້ຮັບຟັງການມີຄໍາເຫັນຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ.
……………….
ຂ່າວ+ພາບ : ຄໍາໝັ້ນ.