ພິທີເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ແລະ ປາຖະກະຖາ 2 ວັນປະຫວັດສາດ

ໃນຕອນເຊົ້າວັນທີ 21 ພະຈິກ 2025 ນີ້ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ແລະ ປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025 ) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025 ) ຢູ່ທີ່ສະໂມສອນຂອງເມືອງ.

ໂດຍໃຫ້ກຽດການເຜີຍແຜ່ ແລະ ປາຖະກະຖາຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ເປັນກຽດຕ້ອນຮັບຂອງສະຫາຍ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າລັດວິສາຫະກິດ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກຄະນະບໍລິຫານງານພັກແຂວງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ສໍາເລັດລົງຢ່າງຈົບງາມທີ່ສະໂມສອນໃຫຍ່ຂອງແຂວງ ໃນວັນທີ 16 ຕຸລາ 2025 ທີ່ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມ ມີສະຫາຍ ປະລິນຍາເອກ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ປະລິນຍາເອກ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຄະນະທິມງານຂອງສູນກາງ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຜູ້ແທນສົມບູນ ກອງປະຊຸມທີ່ໄດ້ຕາງໜ້າໃຫ້ແກ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ສຳນັກງານ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນຈາກບັນດາເມືອງໃນທົ່ວແຂວງ ຈໍານວນ 325 ສະຫາຍ, ຍິງ 56 ສະຫາຍ. ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິານງານພັກແຂວງຊຸດໃໝ່ ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂທີ່ກຳນົດໄວ້ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ເຊິ່ງມີຜູ້ສະໝັກເລືອກຕັ້ງຈຳນວນ 41 ສະຫາຍ ຄັດເລືອກໄດ້ 37 ສະຫາຍ, ຍິງ 7 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງໄຊຍະບູລີສະໄໝ VIII ໄດ້ເປັນເອກະສັນກັນເລືອກຕັ້ງເອົາຄະນະປະຈໍາ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ, ເລືອກຕັ້ງເອົາຄະນະປະຈຳພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ, ໄດ້ເລືອກຕັ້ງສະຫາຍ ເພັງນິລັນ ຄໍາພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ດວງຕາ ໄຊວຸດ ແລະ ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ຄໍາເຫຼັກ ແກ້ວວິໄລພອນ ເປັນປະທານກວດກາພັກແຂວງ, ສະຫາຍ ໜູໄຊ ນໍກີຢ່າ, ສະຫາຍ ສີທອນ ພັນທະວົງ, ທ່ານ ທອງສຸກ ເຊັງທໍ່ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ.

ຈາກນັ້ນ, ກໍໄດ້ປາຖະກະຖາ 2 ວັນປະຫວັດສາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ

ຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໄດ້ຍົກໃຫ້ເຫັນ ໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ, ຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ 50 ປີຜ່ານມາ, ປະທານ ໄກສອນ ພົມວິຫານ ກັບພາລະກິດປົດປ່ອຍຊາດ, ຜົນງານ-ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ, ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຕັ້ງໜ້າຮໍ່າຮຽນແບບຢ່າງຄຸນສົມບັດ ຂອງປະທານ ໄກສອນ ພົມວິຫານ. ທັ້ງນີ້, ກໍເພື່ອທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືຜົນສຳເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ທັງເປັນການສຶກສາອົບຮົມ ພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ໃຫ້ຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນຳພາຂອງພັກ. ເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮຽນເອົາແບບຢ່າງອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າຂອງເພີ່ນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ ສະມາຊິກພັກທີ່ດີ ເພື່ອສືບທອດພາລະກິດຂອງພັກ ແລະ ເພື່ອເປັນການຈັດຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ຕະຫຼອດ ຮອດປະຊາຊົນບັນດາເຜົ່າ ຂອງທ້ອງຖິ່ນຕົນ ໄດ້ຮັບຮູ້ເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ດັ່ງກ່າວ ໃຫ້ກາຍເປັນແຜນການລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ.

———

ພາບ-ຂ່າວ: ພົມມະນີ ອິນສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa