ພິທີ ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ – ເຕັກນິກ ປະຈໍາປີ 2025 ຂອງ 4 ກົມກອງ.

ໃນວັນທີ 23 ຕຸລາ 2025 ນີ້, ກອງບັນຊາການທະຫານເມືອງບໍ່ແຕນ, ກອງພັນ 413, ກອງຮ້ອຍທະຫານຊາຍແດນ 159 ແລະ ກອງຮ້ອຍທະຫານຊາຍແດນ 160 ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ແລະ ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳປີ 2025 ຢ່າງເປັນທາງການ ພາຍຫຼັງທີ່ດໍາເນີນມາເປັນເວລາ 90 ວັນ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຮອງກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງເສນາທິການ, ສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຮທ ເພັດສະໝອນ ລິດສະຫວັນ ຮອງຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 159 ໄດ້ຂຶ້ນຜ່ານບົດສະຫຼຸບ ການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພາລາທິການ-ເຕັກນິກ ປະຈຳປີ 2025 ວ່າ:  ການອົບຮົມ-ຫັດແອບ  ຄັ້ງນີ້, ແມ່ນໄດ້ທວນຄືນ ທາງດ້ານສິນລະປະຍຸດ, ຍຸດທະວິທີ ແລະ ການນໍາໃຊ້ອາວຸດ, ລູກກະສູນ ໃຫ້ຄ່ອງແຄ້ວ ຂອງວິຊາການທະຫານ ແລະ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ເພື່ອຍົກສູງຄວາມຮູ້, ຄວາມສາມາດ ແລະ ຮັບປະກັນ ໃນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມຂອບເຂດຄວາມຮັບຜິດຊອບ. ເຊິ່ງຜ່ານການຝຶກອົບຮົມ-ຫັດແອບ ຕົວຈິງ ສາມາດບັນລຸໄດ້ຕາມເປົ້າໜາຍທີ່ວາງໄວ້ ຄື: ດ້ານການເມືອງ ປະຕິບັດໄດ້ 80 %, ດ້ານການທະຫານ ປະຕິບັດໄດ້ 80 %, ລະບຽບງົດງາມ ປະຕິບັດໄດ້ 75 % , ດ້ານພະລາທິການ ປະຕິບັດໄດ້ 85 %, ພາກລະບຽບ ປະຕິບັດໄດ້ 75 %, ເຕັກນິກ ປະຕິບັດໄດ້ 75 %,  ແລະ ສະຫຼຸບການຍິງລູກປືນແທ້ ມີນັກຍິງທັງໝົດ 100 ກວ່າສະຫາຍ, ເກັ່ງ 44 ສະຫາຍ, ດີ 35 ສະຫາຍ, ຄາດໝາຍ 19 ສະຫາຍ. ຫຼຸດຄາດໝາຍ 15 ສະຫາຍ ຈາກນັ້ນ, ສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ມີຄວາມອົດທົນຜ່ານຜ່າອຸປະສັກຕ່າງໆ ເຮັດໃຫ້ການອົບຮົມສຳເລັດໄປດ້ວຍດີ ແລະ ຮັກສາຄວາມປອດໄພໄດ້ 100 % ແລະ ຍັງໄດ້ຮຽກຮ້ອງມາຍັງນັກຝຶກອົບຮົມໃຫ້ພ້ອມກັນເອົາໃຈໃສ່ຍົກສູງສະຕິເພີ່ມທະວິຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນເອງ ແລະ ນຳເອົາຄວາມຮູ້ຄວາມສາມາດໃນການອົບຮົມຄັ້ງນີ້ໄປໝູນໃຊ້ໃນໜ້າທີ່ຕົວຈິງ.

ໂອກາດນີ້, ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຮອງກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງເສນາທິການ ຍັງໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານ ຈົ່ງເອົາໃຈໃສ່ການສຶກສາ ອົບຮົມການເມືອງນໍາພາແນວຄິດ, ປະຕິບັດ 7 ລະບອບ 18 ວຽກໃຫ້ເຂັ້ມງວດ, ຍົກສູງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ. ນັກສຳມະນາກອນ ທີ່ສໍາເລັດການອົບຮົມ-ຫັດແອບ ຈົ່ງນໍາເອົາຄວາມຮູ້, ຄວາມສາມາດ ບົດຮຽນທີ່ຮຽນມານັ້ນ ໄປນຳໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນ ແລະ ຮັບປະກັນຄວາມປອດໄພໃນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ໃຫ້ທັນກັບສະພາບການ ເພື່ອເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.

 

ຮທ ເພັດສະໝອນ ລິດສະຫວັນ ໃຫ້ຂໍ້ມູນ

ສາຍຄຳ ບຸນຍາວົງ ລາຍງານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa