ລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ແຜນການສະໜັບສະໜູນການດຳເນີນໂຄງການພັດທະນາເສດຖະກິດ ແລະ ສັງຄົມຂອງເມືອງ ຫົງສາ ປະຈຳປີ 2026 ລະຫວ່າງ ບໍລິສັດ ໄຟຟ້າຫົງສາ ຈຳກັດ ແລະ ເມືອງ ຫົງສາ

ພິທີລົງນາມບັນທຶກຂໍ້ຕົກລົງຄວາມເຂົ້າໃຈ (MOU) ແຜນການສະໜັບສະໜູນການດຳເນີນໂຄງການພັດທະນາເສດຖະກິດ ແລະ ສັງຄົມ ຂອງເມືອງ ຫົງສາ ປະຈຳປີ 2026  ລະຫວ່າງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ແລະ ເມືອງ ຫົງສາ, ໄດ້ຈັດຂື້ນໃນວັນທີ 30 ມີນາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງໆຫົງສາ ແຂວງໄຊຍະບູລີ, ຮ່ວມລົງນາມເຊັນບົດບັນທຶກຂໍ້ຕົກລົງຄວາມເຂົ້າໃຈ (MOU) ຄັ້ງນີ້, ໂດຍແມ່ນທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ, ມີຮອງປະທານຄະນະກຳມະການປົກຄອງເມືອງ, ຄະນະກຳມະການຜູ້ບໍລິຫານ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ, ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ແລະ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ ອົງການປົກຄອງເມືອງຫົງສາ ກັບ ບໍລິສັດໄຟຟ້າຫົງສາ ຈໍາກັດ ແມ່ນໄດ້ມີການພົວພັນ ແລະ ປະສານງານກັນຢ່າງສະໜິດແໜ້ນ ເພື່ອພ້ອມກັນພັດທະນາເມືອງຫົງສາ ໃຫ້ຈະເລີນກ້າວໜ້າຢ່າງຕໍ່ເນື່ອງ ເຊິ່ງມີຜົນສໍາເລັດສະແດງອອກ ບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ໃຫ້ການສະໜັບສະໜູນງົບປະມານເຂົ້າໃນການຊໍາລະໂຄງການພັດທະນາພື້ນຖານໂຄງລ່າງທີ່ມີຄວາມຈໍາເປັນຂອງເມືອງ ທັງໝົດ 5 ໂຄງການ ມູນຄ່າ 3,9 ຕື້ກີບ ລາຍລະອຽດຄື: ໂຄງການກໍ່​ສ້າງ​, ປັບ​ປຸງ​ເດີ່ນ​ກິ​ລາ​ຂອງ​ເມືອງ ມູນຄ່າ 96.539.804,64 ກີບ, ໂຄງການກໍ່ສ້າງ, ສ້ອມແປງຂົວເບເລນໍ້າແກນ 1 ມູນຄ່າ 697,284,373.48 ກີບ, ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນທາງຮ່ອມບ້ານເມືອງຫານ ມູນຄ່າ 1.768.071.252,66 ກີບ, ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນທາງຮ່ອມບ້ານໂພນຈັນ ມູນຄ່າ 1.358.905.994,70 ກີບ ແລະ ໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າເຍືອງທາງຖາວອນບ້ານສີບຸນເຮືອງ, ແທ່ນຄໍາ, ພູແລ້ງກາງ ແລະ ບ້ານຫ້ວຍຈ້ວງ ມູນຄ່າ 176.482.948 ກີບ.

ນອກນີ້, ອົງການປົກຄອງເມືອງຫົງສາ ຍັງໄດ້ຮັບການມອບສິ່ງເສດເຫຼືອຈາກໂຄງການ ໃຫ້ເມືອງຄຸ້ມຄອງ ເລີ່ມແຕ່ປີ 2023 ເປັນຕົ້ນມາ, ເຊິ່ງມາຮອດປະຈຸບັນແມ່ນ ດໍາເນີນການຂາຍສິ່ງເສດເຫຼືອຈາກໂຄງການແລ້ວ, ຊຶ່ງໃນປີ 2026 ນີ້ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຕົກລົງມອບທຶນສະໜັບສະໜູນ ໃຫ້ເມືອງຫົງສາ ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ມູນຄ່າ 5,000,000 ບາດ (ຫ້າລ້ານບາດ).

 

ຂ່າວ: ຄ.ອ.ມ ຫົງສາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa