ສສຊ ປະຈຳເຂດເລືອກຕັ້ງທີ 7ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ແລະສະພາປະຊາຊົນແຂວງໄຊຍະບູລີ.

ໃນວັນທີ 2 ສິງຫາ 2025ນີ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ສະ ມາ ຊິກ ສະພາປະຊາຊົນແຂວງໄຊຍະບູລີ ປະຈຳເຂດເລືອກຕັ້ງເມືອງບໍ່ແຕນ ໄດ້ລົງເຜີຍແຜ່ຜົນສຳເລັດ ກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ IIຢູ່ບ້ານຕາລິ່ງ,ບ້ານນາຂ່າ,ບ້ານຂອນແກ່ນ,ບ້ານໜອງປະຈີດ ແລະ ສະໂມສອນ ຂອງ   ເມືອງ ນຳພາໂດຍ ທ່ານພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊີກ ສະ ພາແຫ່ງຊາດປະຈຳເຂດເລືອຕັ້ງທີ 7 ແລະ ທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະ ທານ ຄະນະ ສະມາຊິກ ສະພາປະຊາຊົນແຂວງ.ໂດຍເປັນກຽດຕ້ອນຮັບຂອງທ່ານ ບຸນພະລັງ ວິໄລສັກ ເລຂາພັກເມືອງ ມີ ຄະນະ ປະຈຳພັກເມືອງກຳມະການພັກເມືອງຫົວໜ້າ,ຮອງຫົວນ້າຫ້ອງການກົມກອງແລະພະນັກງານ,ອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ. ການລົງ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ຮູ້ວ່າ ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນແຕ່ວັນທີ 9-26 ມິຖຸນາ 2025 ໂດຍການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທັງໝົດ 18 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິ ກອງປະຊຸມສະພາແຫ່ງຊາດ ໄດ້ທັງໝົດ 15 ສະບັບ ດ້ວຍຄະແນນເຫັນດີເປັນເອກະສັນສ່ວນຫຼາຍ ເຊິ່ງບັນ ດາເນື້ອໃນທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ເຂົ້າສູ່ວຽກງານຕົວຈິງ. ກອງປະຊຸມ ຍັງໄດ້ເຫັນດີຮັບຮອງເອົາການສ້າງ ແລະ ປັບປຸງກົດໜາຍ ຈໍານວນ 10 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບ ແລະ ປັບປຸງ 5 ສະບັບ.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ຮູ້ຕື່ມວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເຊັ່ນ: ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ແລະ ນິນິກໍາໃຕ້ກົດໝາຍ ທົ່ວແຂວງ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກໍາມະການປົກຄອງເມືອງ 11 ເມືອງຂອງແຂວງໄຊຍະບູລີ ແລະ ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງໄຊຍະບູລີ  ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໃຫ້ຮູ້ຕື່ມອີກ.

ຂ່າວ-ພາບ: ສາຍຄຳ ບຸນຍາວົງ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa