

ວັນທີ 21 ມັງກອນ 2026 ນີ້, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫົງສາ ເຊີ່ງນໍາໂດຍທ່ານ ບຸນລ້ວນ ຊົມສີຫາປັນຍາ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ IV ຕິດພັນກັບການພົບປະ ແລະ ຄອບລາຜູ້ມີສິດເລືອກຕັ້ງ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍມີທ່ານ ສີທະນົນໄຊ ທອງເທພາ ເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ທະຫານ, ຕໍາຫຼວດ, ລັດວິສາຫະກິດ-ສູນບໍລິການປະຈໍາເມືອງ, ນາຍບ້ານເທດສະບານ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ແສງຫຼ້າ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂອງເມືອງຫົງສາ ກໍ່ໄດ້ກ່າວຕ້ອນຮັບ ແລະ ລາຍງານການນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງອົງການປົກຄອງເມືອງໂດຍຫຍໍ້ ໃນໄລຍະ 1 ປີຜ່ານມາໂດຍຫຍໍ້, ຈາກນັ້ນ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ກໍ່ໄດ້ຜັດປ່ຽນກັນສະເໜີເນື້ອໃນຂອງບັນດາມະຕິກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ
ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ IV ທີ່ໄດ້ພິຈາລະນາ ແລະ ຮັບຮອງບັນ ຫາສໍາຄັນຕ່າງໆ ເປັນຕົ້ນ: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ (2021-2025) ແລະ ປະຈໍາປີ 2025, ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024, ການດັດແກ້ງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ຂອງລັດຖະບານ ໄລຍະແຕ່ປີ 2021-2025 ແລະ ທິດທາງໃນຕໍ່ໜ້າ, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດແຜນ ການ ເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ, ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ 2026-2030); ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ, ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025). ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X,ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາແຫ່ງຊາດ ຊຸດທີ X, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ຜົນການຈັດຕັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງ ເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມຮອດຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V
ໂອກາດນີ້, ທ່ານ ບຸນລ້ວນ ຊົມສີຫາປັນຍາ ໄດ້ຕາງໜ້າຄະນະຂຶ້ນກ່າວຄອບລາຜູ້ມີສິດເລືອກຕັ້ງພ້ອມທັງສະແດງຄວາມຂອບໃຈຕໍ່ຜູ້ມີສິດເລືອກຕັ້ງ, ອົງການປົກຄອງທຸກຂັ້ນພາຍໃນເມືອງຫົງສາ ທີ່ໄດ້ເອົາໃຈໃສ່ດູແລ, ໃຫ້ຄວາມຮ່ວມມືໃຫ້ການສະໜັບສະໜູນດ້ວຍດີຕະຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ໃນໂອກາດດຽວກັນນີ້, ອົງການປົກຄອງເມືອງຫົງສາ ຮ່ວມກັບ ອົງການປົກຄອງບ້ານເທດສະບານເມືອງ ຍັງໄດ້ບາສີສູ່ຂວັນໃຫ້ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫົງສາ ຕື່ມອີກ.
ຂ່າວ: ຄ.ອ.ມ ຫົງສາ