ສະມາຊິກພັກ-ພະນັກງານພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ເຊຶ່ອມຊຶມມະຕິທີ່ສໍາຄັນຂອງພັກ-ລັດ.

ສະມາຊິກພັກ-ພະນັກງານພະແນກ ຍທຂ ເຊຶ່ອມຊຶມມະຕິທີ່ສໍາຄັນຂອງພັກ-ລັດ.
……………………………..
ໃນວັນທີ 19 ມິຖຸນາ 2024 ນີ້ ສະມາຊິກພັກພະນັກງານລັດຖະກອນພະແນກ ຍທຂ ໄດ້ຈັດຕັ້ງເຊຶ່ອມຊຶມເອກະສານມະຕິສະບັບເລກທີ 04/ກມສພ-ເລກທີ 05/ລບ ແລະ ເລກທີ 01/ຄພຂຊຍ ຂຶ້ນທີ່ຫ້ອງປະຊຸມພະແນກ ຍທຂ ໂດຍໃຫ້ກຽດເຂົ້າຮ່ວມເຜີຍແຜ່ຂອງທ່ານ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ ຫົວໜ້າພະແນກ ຍທຂ, ມີຄະນະພະແນກ, ຄະນະອໍານວຍການບໍລິສັດ ລັດວິສາຫະກິດນໍ້າປະປາແຂວງ, ບໍລິສັດກໍ່ສ້າງຂົວທາງ, ມີຫົວໜ້າ, ຮອງຫົວໜ້າຂະແໜງການ ພ້ອມດ້ວຍສະມາຊິກພັກພະນັກງານລັດຖະກອນໃນພະແນກ ຍທຂ ເຂົ້າຮ່ວມ.
ໃນພິທີ ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ຍທຂ ພ້ອມຄະນະພະແນກໄດ້ຂຶ້ນເຜີຍແຜ່ເຊຶ່ອມຊຶມເອກະສານທີ່ສໍາຄັນດັ່ງກ່າວເຊັ່ນ: ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ສະບັບເລກທີ 04/ກມສພ ລົງວັນທີ 11 ເມສາ 2024, ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ສະບັບເລກທີ 05/ລບ ລົງວັນທີ 21 ພຶດສະພາ 2024 ແລະ ຄໍາສັ່ງເລກທີ 01/ຄພຂຊຍ ລົງວັນທີ 12 ມິຖຸນາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຢູ່ແຂວງໄຊຍະບູລີ. ຈຸດປະສົງຂອງການເຜີຍແຜ່ເຊຶ່ອມຊຶມໃນຄັ້ງນີ້ເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ຊັ້ນຄົນຕ່າງໆຮັບຮູ້ເຂົ້າໃຈເຊຶ່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ຄວາມເປັນເຈົ້າໃນການປະຕິບັດພັນທະໜ້າທີ່ຂອງແຕ່ລະພາກສ່ວນຢ່າງທົ່ວເຖິງ ເປັນການສ້າງບາດກ້າວບຸກທະລຸໃນການພັດທະນາຮັບປະກັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງຮັບປະກັນພັດທະນາແບບຢືນຍົງຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ເຊິ່ງຈະເປັນເງື່ອນໄຂພຶື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍ່ຄືການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ປະເທດເຮົາໃຫ້ນັບມື້ເປັນຮູບປະທໍາຍິ່ງຂຶ້ນດ້ວຍຈິດໃຈບຸກທະລຸຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມໝັ້ນຄົງຢ່າງໜັກແໜ້ນ ບົນພື້ນຖານຄວາມຮັບຮູ້ເຂົ້າໃຈເພື່ອແນ່ໃສ່ການແກ້ໄຂບັນຫາຕົວຈິງຂອງພັກ, ຂອງຊາດ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງແຂງແຮງກວ່າເກົ່າ ເພື່ອສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນໍາພາຂອງພັກການຄຸ້ມຄອງບໍລິຫານຂອງລັດໃນການສຶບຕໍ່ນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະຖານະພາບດ້ວຍພັດທະນາສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ.ຕອນທ້າຍຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີສະບັບເລກທີ 816ແລະ 198/ຈຂຊຍ ລົງວັນທີ 25 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງອໍານວຍການລັດວິສາຫະກິດນໍ້າປະປາແຂວງພ້ອມບົ່ງຕົວແຕ່ງຕັ້ງເປັນຄະນະໜ່ວຍພັກບໍລິສັດລັດວິສາຫະກິດນໍ້າປະປາກັບຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ ດັ່ງນັ້ນ ເຈົ້າແຂວງໄຊຍະບູລີຕົກລົງບົ່ງຕົວແຕ່ງຕັ້ງ ທ່ານ ສົມພອນ ຈັນທະວົງ ພະນັກງານວິຊາການຂະແໜງເຄຫາຜັງເມືອງພະແນກ ຍທຂ ຂຶ້ນໄປເປັນຄະນະອໍານວຍການບໍລິສັດລັດວິສາຫະກິດນໍ້າປະປາແຂວງໄຊຍະບູລີຄົນໃໝ່.

ຂ່າວ+ພາບ: ສິດທີພອນ ທີແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa