

ສະຫະພັນກໍາມະບານເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນກໍາມະບານເມືອງ ຄັ້ງທີ 2 ສະໄໝທີ VIIໃນວັນທີ 27 ພະຈິກ 2025 ທີ່ຫ້ອງປະຊຸມຂອງເມືອງ ໂດຍການເປັນປະທານຂອງສະຫາຍ ນາງ ວັນດີ ດີນ້ອຍ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກໍາມະບານເມືອງ,ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງດາວັນ ພະວົງຈິດ ຮອງເລຂາພັກເມືອງຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂອງເມືອງ,ມີບັນດາແຂກ, ຜູ້ແທນກອງປະຊຸມຈາກຄະນະບໍລິຫານງານກຳມະບານຮາກຖານພາຍໃນເມືອງເຂົ້າຮ່ວມ.
ວາລະກອງປະຊຸມ ສະຫາຍ ນ. ວັນດີ ດີນ້ອຍ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກໍາມະບານເມືອງໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026. ຍົກໃຫ້ເຫັນບັນດາຜົນສໍາເລັດໃນການຈັດຕັ້ງວຽກງານລະອຽດແຕ່ລະດ້ານຕະຫຼອດໄລຍະ 1 ປີ ຜ່ານມາ ຄະນະສະຫະພັນກໍາມະບານແຕ່ລະຂັ້ນໄດ້ຖືສໍາຄັນວຽກງານສືກສາອົບຮົມການເມືອງແນວຄິດ ເຊີ່ງໄດ້ນໍາເອົາເອກະສານສໍາຄັນຂອງຊາດ-ຂອງພັກມາຈັດຕັ້ງເຜີຍແຜ່ໃຫ້ແກ່ສະມາຊີກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.ໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ ມີຜູ້ເຂົ້າຮວ່ມທັງໝົດ: 174 ສະຫາຍ, ຍີງ 98 ສະຫາຍ, ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 139 ປີ ມີຜູ້ເຂົ້າຮ່ວມ 216 ສະຫາຍ, ຍີງ 106 ສະຫາຍ, ຈັດຕັ້ງເຜີຍແຜ່ຜົນສໍາເລັດມະຕິກອງປະຊຸມໃຫ່ຍຜູ້ແທນສະຫະພັນກໍາມະບານແຂວງ ຄັ້ງທີ VIII ຜູ້ເຂົ້າຮວ່ມ 180 ສະຫາຍ, ຍີງ 79 ສະຫາຍແລະ ເຜີຍແຜ່ຜົນສໍາເລັດມິຕິກອງປະຊຸມໃຫ່ຍຜູ້ແທນກໍາມະບານເມືອງພຽງ ຄັ້ງທີ VII ຜູ້ເຂົ້າຮວ່ມ 743 ສະຫາຍ, ຍີງ 438 ສະຫາຍ,ພ້ອມນັ້ນຄະນະກໍາມະບານແຕ່ລະຂັ້ນຍັງໄດ້ເອົາໃຈໃສ່ກະຕຸກຊຸກຍູ້ສະມາຊີກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕື່ນຕົວ ແລະ ເປັນເຈົ້າການຄົ້ນຄວ້າ, ຊອກຮູ້ຮໍ່າຮຽນດວ້ຍຕົນເອງທາງວາລະສານ, ວິທະຍຸ, ໂທລະພາບ ແລະ ທາງສື່ສານຕ່າງໆ,ໄດ້ເພີ້ມທະວີຊີ້ນໍາ-ນໍາພາສະມາຊີກກໍາມະບານ-ພະນັກງານເອົາໃຈໃສ່ຈັດຕັ້ງປະຕິບັດການລົງເດີນສໍາຫຼວດພົນລະເມືອງທີ່ຢູ່ອາໄສ ຄັ້ງທີ V , ຜ່ານການເອົາໃຈໃສ່ວຽກງານສືກສາອົບຮົມການເມືອງ-ແນວຄິດ ໃນໄລຍະຜ່ານມານັ້ນໄດ້ເຮັດໃຫ້ພະນັກງານລັດຖະກອນ, ສະມາຊີກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງ, ປະຕິບັດລະບຽບ, ກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນໃນການອອກແຮງງານ.ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການຜ່ານຜ່ານບົດສະຫຼຸບວຽກງານ 5 ເປັນເຈົ້າ,ຜ່ານບົດສະຫຼຸບວຽກງານກອງທືນຊວ່ຍເຫຼືອເຊີ່ງກັນ ແລະ ກັນ ປະຈໍາປີ 2025 ,ຜ່ານໂຄງການດໍາເນີນງານ,ຜ່ານມະຕິຕົກລົງວ່າດ້ວຍການມອບໃບຢັ້ງຢືນຫຼຽນກາ ແລະ ໃບຢັ້ງຢືນ 5 ເປັນເຈົ້າຂັ້ນສູນກາງ ພ້ອມທັງມອບໃບຢັ້ງຢືນໃຫ້ກັບກຳມະບານຮາກຖານພາຍໃນເມືອງທີ່ມີຜົນງານດີເດັ່ນຕື່ມອີກ.ໂດຍໃຫ້ກຽດມອບຂອງ ສະຫາຍ ນ. ວັນດີ ດີນ້ອຍ ປະທານສະຫະພັນກໍາມະບານເມືອງ .ແລະໃນຕອນທ້າຍກອງປະຊຸມສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະຫາຍໄດ້ເນັ້ນໃຫ້ສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກເມືອງ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ VII ຂອງສະຫະພັນກໍາມະບານເມືອງ ໂດຍຖືເອົາຂະບວນການແຂ່ງຂັນ 5 ເປັນເຈົ້າໃຫ້ເຂົ້າສູ່ລວງເລິກຂອງໜ້າທີ່ວຽກງານວິຊາສະເພາະໂຕຈິງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານໂຄງການທີວາງໄວ້ໃຫ້ມີຜົນສຳເລັດຕາມຄາດໝາຍ.
ໂດຍ:ຂ່າວສານເມືອງພຽງ.