ສະຫະພັນແມ່ຍິງເມືອງ ໄຊຍະບູລີຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງຄັ້ງທີ 2 ສະໄໝທີIX

ໃນຕອນເຊົ້າວັນທີ 29 ມັງກອນ 2026 ນີ້ຫ້ອງການສະຫະພັນແມ່ຍິງເມືອງ ໄຊຍະບູລີໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງຄັ້ງທີ 2 ສະໄໝທີIX; ທີຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໂດຍການເປັນປະທານຂອງທ່ານນາງ ວັນນະພອນ ທໍ່ ປະທານສະຫະພັນແມ່ຍິງເມືອງ; ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ທ່ານ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ພ້ອມດ້ວຍພະນັກງານຫ້ອງການດັ່ງກ່າວເຂົ້າຮ່ວມ.

ໃນກອງປະຊຸມທ່ານນາງ ວັນນະພອນທໍ່ ປະທານສະຫະພັນແມ່ຍິງເມືອງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບການເຄື່ອນໄຫວຂອງຫ້ອງການສະຫະພັນແມ່ຍິງເມືອງໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າບາງຕອນທ່ານໃຫ້ຮູ້ວ່າ: ຄະນະນໍາສະຫະພັນແມ່ຍິງແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານແຕ່ລະດ້ານ ພ້ອມທັງສຶກສາອົບຮົມດ້ານການເມືອງ – ແນວຄິດໃຫ້ພະນັກງານ – ລັດຖະກອນ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີ ພາຍໃນ ແລະ ພາຍນອກເປັນຢ່າງດີ ພ້ອມທັງໄດ້ນໍາພາພະນັກງານເຂົ້າຮ່ວມ ແລະ ຈັດຕັ້ງເຊື່ອມຊຶມ ບັນດາເນື້ອໃນເອກະສານສໍາຄັນຂອງພັກ – ຂອງຊາດ ແລະ ອົງການປົກຄອງຈັດຂຶ້ນຄື: ໄດ້ເຂົ້າຮ່ວມເຊື່ອມຊຶມເອກະສານ ແລະ ມະຕິຕ່າງໆ ນໍາຄະນະພັກ – ອົງການປົກຄອງ ແຕ່ລະຂັ້ນຈັດຂຶ້ນໄດ້ທັງໝົດ 96 ຄັ້ງ ມີຜູ້ເຂົ້າຮ່ວມ 5,803 ເທື່ອຄົນ, ຍິງ 3,428 ເທື່ອຄົນ, ຊາຍ 2,375 ເທື່ອຄົນ; ຈັດພິທີປາຖະກະຖາແມ່ຍິງສາກົນ ຄົບຮອບ 115 ປີ (8/3/1910-8/3/2025) ໄດ້ 6 ຈຸດ ຜູ້ເຂົ້າຮ່ວມທັງໝົດ 619 ທ່ານ ຍິງ 526 ທ່ານ ຊາຍ 93 ທ່ານ; ສົມທົບກັບຫ້ອງການສະຫະພັນແມ່ຍິງແຂວງຈັດພິທີປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງ ຄົບຮອບ 70 ປີ (20/7/1955-20/7/2025) ມີຜູ້ເຂົ້າຮ່ວມທັງໝົດ 78 ທ່ານ ຍິງ 57 ທ່ານ ຊາຍ 21 ທ່ານ; ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນສະຫະພັນແມ່ຍິງເມືອງໄຊຍະບູລີ ໄດ້ 6 ຄັ້ງ ມີຜູ້ ເຂົ້າຮ່ວມ 447 ຄົນ, ຍິງ 228 ຄົນ, ຊາຍ 219 ຄົນ; ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນສະຫະພັນແມ່ຍິງແຂວງໄຊຍະບູລີໄດ້ 3 ຄັ້ງມີຜູ້ເຂົ້າຮ່ວມ 347 ຄົນ, ຍິງ 280 ຄົນ, ຊາຍ 67 ຄົນ; ປັດຈຸບັນທົ່ວເມືອງມີ 110 ຮາກຖານ ໃນນີ້ ຮາກຖານບ້ານ 78 ຮາກຖານ, ຮາກຖານຫ້ອງການ 7 ຮາກຖານ, ຮາກຖານໂຮງຮຽນ 25 ຮາກຖານ ແລະ ມີ 24 ໜ່ວຍອ້ອມຂ້າງເມືອງທີ່ບໍ່ຂຶ້ນກັບຮາກຖານ ໃນນີ້ ໜ່ວຍຫ້ອງການ 12 ໜ່ວຍ, ໜ່ວຍໂຮງຮຽນ 13 ໜ່ວຍ, ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ 23 ທ່ານ, ຄະນະຮາກຖານ 384 ທ່ານ, ຄະນະໜ່ວຍ 58 ທ່ານ; ໄດ້ເຊື່ອມຊຶມກ່ຽວກັບວຽກງານຂະບວນການ 03 ດີຂອງສະຫະພັນແມ່ຍິງລາວມີສະມາຊິກແມ່ຍິງທັງໝົດ 9,096 ທ່ານ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 8,566 ທ່ານ, ຜ່ານການກວດກາ ໄດ້ພົນລະເມືອງດີ 8,489 ທ່ານ ເທົ່າກັບ 99,10%, ພັດທະນາດີ 8,445 ທ່ານ ເທົ່າກັບ 98,58 %, ສ້າງຄອບຄົວດີ 8,266 ເທົ່າກັບ 96,03% ແລະ ຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ 1 : 8,310 ທ່ານ ເທົ່າກັບ 97%, ປະເພດ II: 256 ທ່ານ ເທົ່າກັບ 2,98 %, ບໍ່ແບ່ງ 530 ຄົນ ເທົ່າກັບ 6,8%( ເຫດຜົນບໍ່ແບ່ງແມ່ນນັກຮຽນ, ເຖົ້າແກ່), ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ສະໄໝທີ VIII ແຕ່ປີ (2021-2025) ໄດ້ຮັບທຸງໄຊ 3 ດີ ຈາກສູນກາງສະຫະພັນແມ່ຍິງລາວ, ຈາກນັ້ນໃນກອງປະຊຸມກໍ່ໄດ້ຮັບຟັງການຜ່ານໂຄງການດຳເນີນງານປະຈຳປີ2026 ແລະ ຜ່ານບົດສະຫຼຸບກອງທືນສາມະຄີເອື້ອຍນ້ອງແມ່ຍິງເມືອງ ໄຊຍະບູລີ, ຮັບຟັງການຜ່ານລະບຽບກອງທືນເອື້ອຍນ້ອງແມ່ຍິງເມືອງໄຊຍະບູລີ, ຜ່ານກົດລະບຽບຂອງສູນກາງສະຫະພັນແມ່ຍິງລາວສະໄໝທີIX, ຈາກນັ້ນປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາຕອນທ້າຍກອງປະຊຸມທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.

ຂ່າວ-ພາບ: ສົມພົງ ສີສະຫວັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa