ສະຫາຍ ເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບ ເອກອັກຄະລັດຖະທູດ ປະເທດອົດສະຕຣາລີ ປະຈຳ ສປປ ລາວ

ໃນຕອນບ່າຍຂອງວັນທີ 10 ມີນາ 2026 ນີ້, ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ໄຊຍະບູລີ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ຕ້ອນຮັບ ທ່ານ ນາງ ເມເເກັນ ຈອນສ ເອກອັກຄະລັດຖະທູດປະເທດ ອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ, ເຊິ່ງກ່ອນອື່ນ ທ່ານ ນາງ ເມເເກັນ ຈອນສ ໄດ້ສະເໜີຈຸດປະສົງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີຄັ້ງນີ້ເປັນຕົ້ນແມ່ນ: ເພື່ອເຜີຍແຜ່ຂໍ້ມູນທຶນການສືກສາຂອງລັດຖະບານ ອົດສະຕຣາລີ, ທັງນີ້ກໍ່ເພື່ອຄັດເລືອກເອົາພະນັກງານທົ່ວໄປຂອງແຂວງ ໄຊຍະບູລີ ຜູ້ທີ່ມີມາດຖານເງື່ອນໄຂພຽງພໍທີ່ຈະໄດ້ຮັບທຶນການສືກສາຕໍ່ທີ່ປະເທດ ອົດສະຕຣາລີ, ເພື່ອຢ້ຽມຢາມສູນພາສາອັງກິດທີ່ສ້າງຕັ້ງໂດຍສິດເກົ່າ, ຢ້ຽມຢາມໂຄງການຝຶກອົບຮົມທ່ານໝໍຕາທີ່ໂຮງໝໍແຂວງ ໄຊຍະບູລີ, ນອກນີ້ຍັງໄດ້ຕິດຕາມບັນດາກິດຈະກໍາຕ່າງໆທີ່ໄດ້ຮ່ວມມືກັນລະຫວ່າງລັດຖະບານລາວ ແລະ ລັດຖະບານ ອົດສະຕຣາລີ ຢູ່ໃນຂະແໜງການສາທາລະນະສຸກ, ພະລັງງານ ແລະ ບໍ່ແຮ່, ກະສິກໍາ, ປ່າໄມ້ ແລະ ຊົນລະປະທານ, ໂອກາດດັ່ງກ່າວທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງເອກອັກຄະລັດຖະທູດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ, ພ້ອມທັງໄດ້ລາຍງານສະພາບຈຸດພິເສດ ແລະ ການຂະຫຍາຍຕົວດ້ານເສດຖະກິດຂອງແຂວງໂດຍສັງເຂບໃຫ້ທ່ານ ນາງ ເມເເກັນ ຈອນສ ເອກອັກຄະລັດຖະທູດປະເທດ ອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຮັບຊາບ.
……………………
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa