ສານປະຊາຊົນແຂວງໄຊຍະບູລີ ປະກາດການຈັດຕັ້ງ.

ຕອນເຊົ້າຂອງວັນທີ 23 ເມສາ 2025 ຜ່ານມານີ້, ສານປະຊາຊົນແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ຢູ່ທີ່ຫ້ອງປະຊຸມຂອງສານດັ່ງກ່າວ ໂດຍການເປັນປະທານຮ່ວມຂອງ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ອາເມຊົງ ເຍຍເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະປະທານສານປະຊາຊົນແຂວງ, ທີມງານຈາກສານປະຊາຊົນສູງສຸດ, ແຂກເຊີນ, ພະນັກງານ – ລັດຖະກອນ ສານປະຊາຊົນແຂວງເຂົ້າຮ່ວມ.

ໃນພິທີ ສະຫາຍ ກາດແກ້ວ ສັກດາວົງ ຮັກສາການ ປະທານສານປະຊາຊົນແຂວງໄຊຍະບູລີ ໄດ້ຂື້ນລາຍງານຫໍ້ຍກ່ຽວສະພາບການເຄື່ອນໄຫວວຽກງານໄນໄລຍະ 03 ເດືອນຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົ້ງຄ້າງທີ່ຈະຕ້ອງໄດ້ສຶບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ຈາກນັ້ນ ທ່ານ ນາງ ວິໄລວັນ ຈັນທະມາລີ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ກໍໄດ້ຂື້ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 123/ຄປຈ ລົງວັນທີ 07 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຮອງປະທານສານປະຊົນທ້ອງຖີ່ນ ຄະນະປະຈໍາສະພາແຫ່ງຊາດ ຕົກລົງແຕ່ງຕັ້ງ ທ່ານ ນາງ ສີອໍາພອນ ຈິດຕະວົງສາ ຜູ້ພິພາກສາຊັ້ນສາມ ສານປະຊາຊົນແຂວງໄຊຍະບູລີ ເປັນຮອງປະທານສານປະຊາຊົນແຂວງໄຊຍະບູລີ ຈາກນັ້ນ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ກໍໄດ້ຂື້ນປະດັບຊັ້ນ ແລະ ມອບຂໍ້ຕົກລົງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຮອງປະທານສານປະຊາຊົນແຂວງ ພ້ອມທັງໃຫ້ກຽດມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານ ແລະ ເນັ້ນໜັກໃຫ້ຄະນະປະທານສານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງເພີ່ມທະວີສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ຜູ້ພິພາກສາ, ພະນັກງານ – ລັດຖະກອນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ – ຈັນຍາທໍາ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ກົນໄກການຄຸ້ມຄອງ ແລະ ການບໍລິຫານສານ, ບໍລິຫານຄະດີໃຫ້ມີຄວາມຮັດກຸມ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ.

……………..

ພາບ-ຂ່າວ ປກສ ແຂວງໄຊຍະບູລີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa