ອົງການຈັດຕັ້ງມະຫາຊົນ ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່

ໃນ​ວັນ​ທີ 5 ມັງກອນ 2025 ນີ້, ອົງການຈັດຕັ້ັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ຂະແໜງບໍລິຫານ ພະແນກການເມືອງ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ເນື່ອງ​ໃນ​ໂອກາດ ປີ​ໃໝ່​ສາກົນ ​ຄສ 2026.

ສະຫາຍ ຮ້ອຍເອກ ກົງໃຈ ຄຳສາບານ ຫົວໜ້າຂະແໜງຊາວໜຸ່ມ ພະແນກການເມືອງ ໄດ້​ຕາງໜ້າ​ໃຫ້​ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ​ ທົ່ວ​ກອງພັນໃຫຍ່ ອວຍພອນ​ໄຊ​ອັນ​ປະເສີດຕໍ່ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 202 ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ພາລະນາ​ໄມ​ສົມບູນ, ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ອັນ​ມີ​ກຽດ​, ມີ​ຄວາມ​ຜາ​ສຸກ​ທັງ​ຊີວິດ​ສ່ວນ​ຕົວ, ຄອບຄົວ, ສືບຕໍ່​ນຳພາ-ຊີ້​ນຳອົງການຈັດຕັ້ງ ຊາວໜຸ່ມ, ແມ່ຍິງ ກໍ​ຄືກອງພັນໃຫຍ່ ໃຫ້ມີຄວາມເຕີບໃຫຍ່ເຂັ້ງແຂງ ທັນ​ສະໄໝ​ຂຶ້ນ​ເທື່ອ​ລະ​ກ້າວ.

ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ພັນເອກ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 202 ກໍ່ໄດ້ຕ່າງໜ້າກ່າວ​ສະແດງ​ຄວາມ​ຂອບໃຈ ມາຍັງອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ພ້ອມ​ທັງ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງພະ​ນັກ​​​ງານ-ນັກຮົບ, ​ທົ່ວກອງພັນໃຫຍ່ ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ສາກົນ ​ຄສ 2026 ນີ້ ອວຍພອນ​ໃຫ້​ທຸກ​ສະຫາຍ​ຈົ່ງ​ມີ​ແຕ່​ຄວາມ​ຜາ​ສຸກມີ​ຄວາມ​ຈະເລີນ​ກ້າວໜ້າ​ທາງ​ດ້ານ​ໜ້າທີ່​ວຽກ​ງານ, ປະສົບ​ຜົນສຳເລັດໃນໜ້າທີ່ການເມືອງຂອງຕົນ, ພ້ອມ​ກັນ​ສືບຕໍ່ພັດທະນາ​ກົມ​ກອງ​​ໃຫ້ໃບໜ້າອັນໃໝ່, ມີ​ຄວາມເຕີບ​ໃຫຍ່​ເຂັ້ງ​ແຂງຂື້ນເລື້ອຍໆ.   ພາບ-ຂ່າວ : ຮທ ຄຳຊຮຍ ກວ່າງຄຸນສີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa