ອົງການປົກຄອງເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳເດືອນເມສາ ແລະ ແຜນການເດືອນ ພຶດສະພາ 2025 ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໃນຕອນເຊົ້າຂອງວັນທີ 28 ເມສາ ຂອງປີນີ້ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນພະລັງ ວິໄລສັກ ວ່າການເຈົ້າເມືອງບໍ່ແຕນ ມີທ່ານຮອງເຈົ້າເມືອງ , ຫົວໜ້າຮອງຫ້ອງການນາຍບ້ານເທດສະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນພະລັງ ວິໄລສັກ ວ່າການເຈົ້າເມືອງ ກໍໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການໃນກອງປະຄັ້ງນີ້ທ່ານ ສິງກອນ ໄຊອິນຕອງ ຫົວໜ້າຫ້ອງວ່າການເມືອງກໍໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານໃນໄລຍະ 1 ເດືອນຜ່ານມາ ແລະ ແຜນການ 1 ເດືອນຕໍ່ໜ້າ ການຈັດກອງປະຊຸມຄັ້ງນີ້ເພື່ອເປັນການສະຫຼຸບຕີລາຄາວຽກງານຮອບດ້ານໃນການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກເມືອງ ແລະ ໄດ້ພ້ອມກັນຄົ້ນຄ້ວາແຜນວຽກຈຸດສຸມໃນເດືອນພຶດສະພາ, ໃນໄລຍະ 1 ເດືອນຜ່ານມາເມືອງບໍ່ແຕນໄດ້ເອົາໃຈໃສຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ສັງຄົມມີຄວາມເປັນລະ ບຽບ
ຮຽບຮ້ອຍມີຄວາມສະຫງົບໂດຍພື້ນຖານ ເສດຖະກິດມີການຂະຫຍາຍຕົວຕາມທ່າແຮງຂອງເມືອງ, ອາຊີບປະຊາຊົນສ່ວນຫຼາຍແມ່ນການປູກພືດ,ລ້ຽງສັດໃຫຍ່ປະເພດງົວ,ຄວາຍເປັນສິນຄ້າ, ສົ່ງເສີມການຜະລິດພາຍໃນເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນໂດຍສະເພາະສິນຄ້າບໍລິໂພກ ແລະ ສົ່ງເສີມການຜະລິດເປັນສິນຄ້າ ເພື່ອສົ່ງອອກ.ມາຮອດປະຈຸບັນປະຊາຊົນພວມເກັບກູ້ຜົນຜະລິດລະດູແລ້ງ ເປັນຕົ້ນແມ່ນເຂົ້ານາແຊງ,ຖົ່ວດິນ,ໝາກໂມ,ໝາກແຕງ ແລະ ພືດຜັກຕ່າງໆ ແລະ ກະກຽມເຂົ້າສູ່ການຜະຫຼິດພືດລະດູປີ. ສາມາດພັດທະນາພື້ນຖານໂຄງລ່າງຢ່າງຕໍ່ເນື່ອງໂດຍສະເພາະແມ່ນແກ້ໄຂເສັ້ນທາງ ລະຫວ່າງບ້ານ ໃຫ້ທຽວໄດ້ສະດວກ ແລະ ຊຸກຢູ້ສົ່ງເສີມການເທທາງເບຕົງຂອງບ້ານທີ່ມີເງື່ອນໄຂ,ວຽກງານວັດທະນະທຳ-ສັງຄົມກໍໄດ້ຊຸກຍູ້ໃຫ້ເຄື່ອນໄຫວຕາມພາລະບົດບາດຮັບປະກັນມີສ່ວນຮ່ວມຂອງທົ່ວສັງຄົມຍົກໃຫ້ເຫັນຜົນງານດ້ານດີ,ດ້ານອ່ອນ ແລະ ຂໍ້ຄົງຄ້າງ ແລະ ກຳນົດທິດທາງແຜນການເດືອນພຶດສະພາ 2025 ຈາກນັ້ນຜູ້ແທນກອງປະຊຸມແຕ່ລະຂົງເຂດວຽກງານກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບທັງ 2 ພາກ ແລະ ໄດ້ຮັບຟັງການມີຄຳເຫັນຊີ້ນຳຂອງທ່ານ ບຸນພະລັງ ວິໄລສັກ ວ່າການເຈົ້າເມືອງບໍ່ແຕນ.ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ ເຄິ່ງວັນຈຶ່ງມີຜົນສຳເຫຼັດ
…………….
ຂ່າວ-ພາບ: ສາຍຄໍາ ບຸນຍາວົງ.