ເຈົ້າແຂວງ ໄຊຍະບູລີ ຕ້ອນຮັບຮອງປະທານສູນກາງແນວລາວສ້າງຊາດ.

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2025 ທີ່ຫ້ອງຮັບແຂກຊັ້ນ 2 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບທ່ານ ເຍ່ຍເກີຢາ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ, ກ່ອນອື່ນທ່ານ ເຍ່ຍເກີຢາ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດໄດ້ແຈ້ງຈຸດປະສົງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີໃນຄັ້ງນີ້ເປັນຕົ້ນແມ່ນ: ເພື່ອຊຸກຍູ້ວຽກງານແນວລາວສ້າງຊາດ, ການກະກຽມຄວາມພ້ອມຮອບດ້ານຕໍ່ກອງປະຊຸມອົງການແນວລາວສ້າງຊາດແຂວງ, ຕິດຕາມການປະຕິບັດ 2 ວາລະແຫ່ງຊາດ, ພ້ອມດຽວກັນຍັງຈະໄດ້ລົງພົບປະ ແລະ ໂອ້ລົມປະຊາຊົນເຂດບ້ານຊາຍແດນຢູ່ເມືອງ ຊຽງຮ່ອນ ແລະ ເມືອງ ຄອບ, ໂອກາດດັ່ງກ່າວທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ທີມງານຂອງຮອງປະທານສູນກາງແນວລາວສ້າງຊາດ ທີ່ສະລະເວລາມາຢ້ຽມຢາມ ແລະ ຊຸກຍູ້ວຽກງານວິຊາສະເພາະຢູ່ແຂວງ ໄຊຍະບູລີ ພ້ອມທັງໄດ້ແຈ້ງສະພາບການພັດທະນາຂອງແຂວງໂດຍສັງເຂບໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດໄດ້ຮັບຊາບ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa