

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ(ພະຍາດເອດ) ແລະ ພະຍາດຕິດຕໍ່ທາງເພດສໍາພັນ( ພຕພ ) ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງປາກລາຍ ໃນວັນທີ 20 ມີນາ 2026 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງທ່ານ ດຣ ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ມີທ່ານ ຊຊ ນາງ ແສງເພັດ ແກ້ວປະເສີດ ຫົວໜ້າຫ້ອງການສາທາລະນະສຸກເມືອງປາກລາຍ, ມີຄະນະທິມງານຂອງພະແນກສາທາລະນະສຸກແຂວງ, ມີຄະນະກໍາມະການ ແລະ ກອງເລຂາວຽກງານຕ້ານ ແລະ ສະກັດກັ້ນເຊື້ອ HIV/AIDS ແລະ ພຕພ ຂັ້ນເມືອງ ຈໍານວນ 30 ທ່ານເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຕ້ານ ແລະ ສະກັດກັ້ນເຊື້ອ HIV/AIDS ແລະ ພຕພ ຂັ້ນເມືອງ ສະບັບເລກທີ 1203/ຄປມ.ປລ ປາກລາຍ ວັນທີ 10 ພະຈິກ 2025 ເຊິ່ງປະກອບມີຄະນະກໍາມະການຈໍານວນ 15 ທ່ານ ຍິງ 04 ທ່ານ, ກອງເລຂາຈໍານວນ 15 ທ່ານ ຍິງ 06 ທ່ານ. ຈາກນັ້ນ ທ່ານ ດຣ ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ ໄດ້ສະເໜີເນື້ອໃນຂອງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດເຮສໄອວີ/ພະຍາດເອດ(ສະບັບປັບປຸງ) ເຊິ່ງປະກອບມີ 21 ພາກ, 09 ໝວດ ແລະ 69 ມາດຕາ. ທ່ານໄດ້ກ່າວວ່າ:ກົດໝາຍສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ຕິດຕາມ ກວດກາ ວຽກງານກັນ ແລະ ຄວບຄຸມ ເຊື້ອ ເຮສໄອວີ/ພະຍາດເອດ ເພື່ອໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງເປັນປົກກະຕິ, ມີປະ ສິດທິພາບ, ປະສິດທິຜົນ ແນໃສ່ຫຼຸດຜ່ອນ ການຕິດເຊື້ອເຮສໄອວີ, ການແພ່ລະ ບາດຂອງເຊື້ອເຮສໄອວີ/ພະຍາດເອດ, ການເສຍຊີວິດຂອງ ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ເປັນພະຍາດເອດ, ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງຊາດ, ຮັບປະກັນ ໃຫ້ພົນລະເມືອງ ມີສຸຂະພາບແຂງແຮງ, ສາມາດເຊື່ອມໂຍງກັບພາກພື້ນ, ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ທັ້ງນີ້ກໍ່ເພື່ອເປັນການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ ແມ່ນ ການນໍາໃຊ້ ມາດຕະການ ແລະ ວິທີການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ ເພື່ອບໍ່ໃຫ້ແພ່ລະບາດຈາກຄົນ ສູ່ຄົນໂດຍທາງ ເພດສໍາພັນ, ເລືອດ ແລະ ຈາກແມ່ຫາລູກ.
ຈຸດປະສົງກໍ່ເພື່ອໃຫ້ບັນດາຄະນະກໍາມະການ ແລະ ກອງເລຂາ ຕ້ານ ແລະ ສະກັດກັ້ນເຊື້ອພະຍາດHIV/AIDS ແລະ ພຕພ ຂັ້ນເມືອງ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ເນື້ອໃນກົດໝາຍສະບັບດັ່ງກ່າວນີ້ ພ້ອມທັງນໍາເອົາກົດໝາຍດັ່ງກ່າວນີ້ໄປຈັດຕັ້ງຜັນຂະຫາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນຕໍ່ໜ້າໃຫ້ເກີດດອກອອກຜົນເປັນຢ່າງດີ.
ຂ່າວ-ພາບ : ນັກຂ່າວເມືອງປາກລາຍ