ເມືອງຄອບແຂວງໄຊຍະບູລີກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ເມືອງຄອບແຂວງໄຊຍະບູລີກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
…………………………………………..
ທ່ານ ສະໝັກ ລິດສະຖານ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ໄດ້ກ່າວຂັ້ນຕອນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນທົ່ວເມືອງ ຕໍ່ທິມງານນັກຂ່າວແຂວງໄຊຍະບູລີວ່າ: ການກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນທົ່ວເມືອງຄອບ ແລະສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ສະພາບລວມ: ທົ່ວເມືອງຄອບມີຄະນະພັກຮາກຖານ 2 ຄະນະພັກຮາກຖານ, ມີໜ່ວຍທັງຫມົດ 66 ໜ່ວຍພັກ, ໃນນີ້: ໜ່ວຍພັກສໍານັກງານ, ອົງການຈໍານວນ 22 ໜ່ວຍພັກ, ກໍາລັງປະກອບອາວຸດ ປກສ-ປກຊຈໍານວນ 9 ໜ່ວຍພັກ, ໜ່ວຍພັກໂຮງຮຽນຈໍານວນ 7 ໜ່ວຍພັກ, ໜ່ວຍພັກຮາກຖານບ້ານຈໍານວນ 28 ໜ່ວຍພັກ. ໂດຍປະຕິບັດຕາມ ຄໍາແນະນໍາຂອງຄະນະປະຈໍາພັກແຂວງໄຊຍະບູລີສະບັບເລກທີ 324/ຄພຂ.ຊຍ ແລະແຜນດໍາເນີນງານຂອງຄະນະປະຈໍາພັກແຂວງສະບັບເລກທີ 327/ຄພຂ.ຊຍ, ລົງວັນທີ 06 ກັນຍາ 2023; ແຜນດໍາເນີນງານຂອງຄະນະປະຈໍາພັກເມືອງ ສະບັບເລກທີ 110/ຄພມ.ມຄ, ລົງວັນທີ 26 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວເມືອງ. ພາຍຫຼັງທີ່ໄດ້ເຂົ້າຮ່ວມເຮັດທົດລອງຢູ່ບ້ານດອນໃໝ່ ເມືອງໄຊຍະບູລີແລ້ວຄະນະປະຈຳພັກເມືອງໄດ້ຄົ້ນຄວ້າຕົກລົງອອກນິຕິກຳຕ່າງໆ ແລະໄດ້ກຳນົດເອົາບ້ານຜາບ່ອງເປັນບ້ານເຮັດທົດລອງເຊິ່ງໄດ້ດຳເນີນຕາມວາລະຕັ້ງແຕ່ວັນ 12 ຫາ ວັນທີ 18 ຕຸລາ 2023. ຈາກນັ້ນໄດ້ແບ່ງອອກເປັນ 7 ທີມງານ ມີພະນັກງານລົງທັງໝົດ 163 ສະຫາຍ, ຍິງ 16 ສະຫາຍ ເພື່ອລົງປະຕິບັດຕົວຈິງຢູ່ແຕ່ລະຮາກຖານພັກບ້ານ ຈຳນວນ 27 ບ້ານ(ບໍ່ນັບບ້ານຜາບ່ອງທີ່ເຮັດທົດລອງແລ້ວ). ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດວັນທີ 15 ພະຈິກ 2023 ຈຶ່ງສຳເລັດສຳເລັດ 28 ໜ່ວຍພັກຮາກຖານບ້ານ.ພາຍຫຼັງສຳເລັດຢູ່ຂັ້ນຮາກຖານບ້ານແລ້ວ ຄະນະປະຈຳພັກເມືອງໄດ້ຄົ້ນຄວ້າປຶກສາຫາລືແລະກະກຽມບັນດາເນື້ອໃນເອກະສານຕ່າງໆທີ່ກ່ຽວຂ້ອງ, ກຳນົດວາລະໃນການດຳເນີນແຕ່ລະມື້ລະອຽດແລ້ວຈຶ່ງໄດ້ແຕ່ງຕັ້ງພະນັກງານຫຼັກແຫຼ່ງຂອງເມືອງຈໍານວນ 38 ສະຫາຍ, ຍິງ 7 ສະຫາຍ ໂດຍແບ່ງແບ່ງອອກເປັນ 2 ທິມງານ ເພື່ອລົງ 2 ຄະນະພັກຖານຄື: ທີມງານລົງຄະນະພັກຮາກຖານກອງບັນຊາການທະຫານເມືອງ ແລະ ຄະນະພັກຮາກຖານກອງບັນຊາການ ປກສ ເຊິ່ງດຳເນີນແຕ່ວັນທີ 12 ທັນວາ 2023 ຈົນຮອດວັນທີ 16 ທັນວາ 2023 ຈຶ່ງສຳເລັດຕາມຄາດໝາຍ. ຜ່ານການຈັດຕັ້ງປະຕິບັດສຳເລັດແລ້ວ 2 ຄະນະພັກຮາກຖານ ແລະ 28 ໜ່ວຍພັກຮາກຖານບ້ານລວມເປັນ 37ໜ່ວຍພັກ ການຈັດແບ່ງປະເພດຂອງຄະນະພັກຮາກຖານ: ແມ່ນໄດ້ຮັບນາມມະຍົດເປັນຄະນະພັກຮາກຖານປອດໃສ ເຂັ້ມແຂງ ໜັກແໜ້ນ ທັງສອງຄະນະພັກຮາກຖານ. ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 33 ໜ່ວຍພັກ ເທົ່າກັບ 89,18% ໜ່ວຍພັກກາງ 4 ໜ່ວຍ ເທົ່າກັບ 10,81%ການຈັດແບ່ງປະເພດສະມະຊິກພັກ: ມີສະມະຊິກພັກຖືກກວດກາທັງໝົດ 520 ສະຫາຍ ຍິງ 89 ສະຫາຍ. ສະມະຊິກພັກປະເພດແຂງ: 475 ສະຫາຍ ຍິງ 83 ສະຫາຍ ເທົ່າກັບ 91,34% ຂອງສະມະຊິກພັກທີ່ຖືກກວດກາ.ສະມະຊິກພັກປະເພດກາງ: 33 ສະຫາຍ ຍິງ 5 ສະຫາຍ ເທົ່າກັບ 6,34%ຂອງສະມະຊິກພັກທີ່ຖືກກວດກາ.ສະມະຊິກພັກອ່ອນ: 1 ສະຫາຍ. ພ້ອມນີ້ ການຈັດຕັ້ງແຜນພັດທະນາເສດຖະກິດສັງຄົມຂອງເມືອງຍັງສຶບຕໍ່ຂະຫຍາຍຕົວສະແດງອອກການເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນ ຕົ້ນປີ ໄດ້ທັງໝົດ 1,48 ຕື້ກີບ ເທົ່າກັບ 60,38% ຂອງແຜນການປີ, ປະຕິ ບັດລາຍຈ່າຍໄດ້ 824 ລ້ານກີບ ເທົ່າກັບ 33,24% ຂອງແຜນການປີ. ອອກທະບຽນວິສາຫະກິດໄດ້ 19 ຫົວໜ່ວຍ ທຶນຈົດທະບຽນທັງໝົດ 3,50 ຕື້ກີບ ທຽບແຜນປີປະຕິບັດໄດ້ 85% ໃນນີ້: ຂະແໜງການຄ້າ 4 ຫົວໜ່ວຍ ແລະ ອຸດສາຫະກໍາ 2 ຫົວ ການເຄື່ອນຍ້າຍສິນຄ້າພາຍໃນ ແລະ ສົ່ງອອກໄປຕ່າງປະເທດ 2.247,830 ໂດລາສະຫະລັດ ນໍາເຂົ້າສິນຄ້າຈາກຕ່າງປະເທດມູນຄ່າທັງໝົດ 12.627 ໂດລາສະຫະລັດ. ປັດຈຸບັນມີຄອບຄົວບໍ່ບັນລຸມາດຕະຖານພົ້ນທຸກ 1.691 ຄອບຄົວ ກວມເອົາ 27,17%, ຄອບຄົວບໍ່ບັນລຸມາດຕະຖານພັດທະນາ 1.856 ຄອບຄົວ ກວມເອົາ 43,07%, ບ້ານທີ່ບໍ່ ບັນລຸມາດຕະ ຖານພົ້ນທຸກມີ 7 ບ້ານ ກວມເອົາ 25%
ຂ່າວ+ພາບ: ສິດທິພອນ ທີແກ້ວ

 

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa