ເມືອງຄອບ ຈັດກອງປະຊຸມອົງການປົກຄອງເມືອງ ປະຈໍາເດືອນ 6.

ກອງປະຊຸມອົງການປົກຄອງເມືອງປະຈໍາເດືອນ 6.
———————
ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມອົງການປົກຄອງເມືອງປະຈໍາເດືອນ 6 ແລະ ທິດທາງແຜນການປະຈໍາເດືອນ 7 ຂື້ນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2024 ນີ້.
ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ ວ່າການເຈົ້າເມືອງໆຄອບ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງເຂົ້າຮ່ວມ.
ໃນກອງປະຊຸມແມ່ນໄດ້ຮັບຟັງການຜ່ານບົດລາຍງານວຽກງານອົງການປົກຄອງເມືອງ ປະຈໍາເດືອນ 6 ແລະ ທິດທາງແຜນການເດືອນ 7 ຈາກທ່ານ ທອງຄູນ ທໍາມະວົງ ຫົວໜ້າຫ້ອງວ່າການເມືອງ ເຊິ່ງທ່ານໃຫ້ຮູ້ວ່າ: ຕະຫລອດໄລຍະທີ່ຜ່ານມາແມ່ນໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນປົກກະຕິ, ມາຮອດປັດຈຸບັນທົ່ວເມືອງແມ່ນຕົກກ້າສໍາເລັດແລ້ວ 65%, ໃນເນື້ອທີ່ແຜນການ 1,653 ເຮັກຕາ, ເອົາໃຈໃສ່ລົງຕິດຕາມຊຸກຍູ້ປູກພືດເປັນສະບຽງອາຫານ ແລະ ເປັນສິນຄ້າ, ຕິດຕາມ, ກວດກາ, ອອກເອກະສານໃບຢັ້ງຢືນແຫຼ່ງກໍາເນີດຜົນຜະລິດກະສິກໍາ, ຕິດຕາມການກໍ່ສ້າງເສັ້ນທາງແຕ່ບ້ານມ່ວງດອນມູນຫາບ້ານປ່າຊາງ, ຕິດຕາມສິນຄ້າສົ່ງອອກຕ່າງປະເທດລວມມູນຄ່າທັງໝົດ 424,617 ໂດລາສະຫະລັດ, ສິນຄ້ານໍາເຂົ້າຈາກຕ່າງປະເທດ 12,627 ໂດລາສະຫະລັດ ແລະ ສິນຄ້າສົ່ງອອກພາຍໃນປະເພດຜະລິດຕະພັນກະສິກໍາ ລວມມູນຄ່າທັງໝົດ 107,511 ໂດລາສະຫະລັດ, ໄດ້ລົງແນະນໍາພາກສ່ວນທຸລະກິດ, ພໍ່ຄ້າຊາວຂາຍຕິດສະຫຼາກລາຄາສິນຄ້າເປັນເງິນກີບ. ນອກນັ້ນກໍໄດ້ຂື້ນ-ຕໍ່ທະບຽນຫົວໜ່ວຍທຸລະກິດປະຈໍາປີ ພ້ອມທັງເຂົ້າລະບົບຄຸ້ມຄອງການຈັດເກັບລາຍຮັບແບບທັນສະໄໝໄດ້ 30 ຫົວໜ່ວຍ, ເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 251,20 ລ້ານກີບ, ໃນນີ້ ລາຍຮັບສ່ວຍສາອາກອນ 234,72 ລ້ານກີບ, ລາຍຮັບຊັບສິນ 16,84 ລ້ານກີບ; ທາງດ້ານວຽກງານວັດທະນະທໍາ-ສັງຄົມ ແມ່ນສໍາເລັດການສອບເສັງຈົບຊັ້ນມັດທະຍົມ ມ4, ມ7ໃນທົ່ວເມືອງ.
ໂອກາດດຽວກັນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາມີລັກສະນະສ້າງສັນເພື່ອພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຂອງເມືອງໃຫ້ດີຂື້ນໄປເທື່ອລະນ້ອຍ.
ກອງປະຊຸມດັ່ງກ່າວແມ່ນຈະໄດ້ດໍາເນີນໄປເປັນເວລາ 1 ວັນເຕັມຈຶ່ງຈະສໍາເລັດ.
———–
ພາບ-ຂ່າວ:ສິດທິພອນ ທີແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa