ອົງຄະນະພັກເມືອງຄອບ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 2 ສະໄໝທີ VI ໂດຍໄດ້ຈັດຂື້ນຢູ່ທິ່ສະໂມສອນຂອງເມືອງໃນວັນທີ 19 ສີງຫາ 2025 ນີ້. ພາຍໃຕ້ການເປັນປະທານຂອງສະຫາຍ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ ປກສ, ປກຊ ພ້ອມດ້ວຍເລຂາພັກບ້ານ 28 ບ້ານພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊູມສະຫາຍ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມດຽວກັນນີ້ ສະຫາຍ ສະໝັກ ລິດສະຖານ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຜ່ານບົດສະຫຼູບການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຄົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໃຫ້ຮູ້ວ່າ: ຕະຫຼອດໄລຍະ 6 ເດືອນທີ່ຜ່ານມາ ເສດຖະກິດມະຫາພາກຂອງເມືອງຍັງສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນໄລຍະ 6 ເດືອນຕົ້ນປີສາມາດເກັບລາຍຮັບເຂົ້າຫງົບປະມານໄດ້ທັງໝົດ 1,83 ຕື້ກີບ ເທົ່າກັບ 63,04 % ຂອງແຜນການປີ, ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດ ໂຄງການລົງທືນຢູ່ພາຍໃນເມືອງທັງໝົດ 37 ໂຄງການ ມູນຄ່າ130,51 ຕື້ກີບ, ໂຄງການລົງທຶນຂອງລັດ 10 ໂຄງການ, ມູນຄ່າ1,16 ຕື້ກີບ ແລະ ໂຄງການເອກະຊົນພາຍໃນ ແລະ ຕ່າງປະເທດ 21 ໂຄງການໃນມູນຄ່າ 127,63 ຕື້ກີບ ແລະ ໂຄງການຊ່ວຍເຫຼືອທາງການ ເພຶ່ອພັດທະນາ 7 ໂຄງການ ມູນຄ່າ 1,71ຕື້ກີບ, ເກັບກູ້ເຂົ້ານາແຊງໃນເນື້ອທີ່ 94,3 ເຮັກຕາ ຜົນຜະລິດໄດ້ 320,62ໂຕນ ແລະ ພືດລະດູແລ້ງໃນເນື້ອທີ່ທັງໝົດ166,5ເຮັກຕາ ປະຈຸບັນພວມຊຸກຍູ້ປະຊາຊົນສຸມໃສ່ການຜະລິດລະດູຝົນ, ເຝົ້າລະວັງການລະບາດພະຍາດສັດລ້ຽງ ສ້ອມແປງຟື້ນຟູຊົນລະປະທານທີ່ຖືກຜົນກະທົບໄພນໍ້າຖ້ວມຈໍານວນ 6 ໂຄງການ ນອກຈາກນີ້ຍັງໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດຄາດໝາຍດ້ານການສຶກສາ 16 ຄາດໝາຍ 20 ຕົວຊິ້ບອກສາມາດຈັດຕັ້ງປະຕິບັດບັນລຸແລ້ວ 8 ຕົວຊິ້ບອກ.
ພ້ອມດຽວກັນນີ້ຍ ຍັງໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ຕົວເມືອງ ແລະ ຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ. ໂດຍໄດ້ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມທິດຊີ້ນໍາສາມສ້າງ, ການປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ຊຸກຍູ້ຄອບຄົວບໍ່ບັນລຸມາດຖານພົ້ນທຸກ ມາດຖານພັດທະນາຕາມດໍາລັດ348/ລບ ພ້ອມທັງຊຸກຍູ້ຂະບວນການຜະລິດເປັນສິນຄ້າ, ການບໍລິການຄ້າຂາຍ, ຂະບວນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ.
ໃນໂອກາດດຽວກັນນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພັດປຽ່ນກັນຂື້ນປະກອບຄໍາຄິດຄໍາເຫັນໃນແຕ່ລະຂົງເຂດວຽກງານ ໂດຍສະເພາະຈຸດດີ ແລະ ຈຸດອ່ອນຂໍ້ຄົງຄ້າງ ເພຶ່ອຄວາມເປັນເອກະພາບພາຍໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.ກອງປະຊຸມດັ່ງກ່າວ ແມ່ນຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.
ຂ່າວ-ພາບ: ທອງແກ້ວ ພອນມະລີ