ເມືອງຄອບ ແຂວງໄຊຍະບູລີ ທາບທາມບຸກຄະລາກອນທີ່ຈະອອກຮັບສະມັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຮອບທີ 1

ຕອນແລງວັນທີ 14 ສິງຫາ 2025 ນີ້ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະຫມັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຮອບທີ 1 ຢູ່ທີ່ສະໂມສອນຂອງເມືອງ. ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສົມນຶກ ສິງຄໍາ ເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ທີມງານຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງເຂົ້າຮ່ວມ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານເປົ້າໝາຍຜູ້ເຂົ້າຮ່ວມທາບທາມບຸກຄະລາກອນທີ່ຈະອອກຮັບສະຫມັກເລືອກຕັ້ງຄະນະບໍລິຫານງານພັກແຂວງສະໄໝທີ VIII. ເມືອງຄອບມີເປົ້າໝາຍເຂົ້າຮ່ວມທາບທາມທັງໝົດຈຳນວນ 84 ສະຫາຍ ຍິງ 12 ສະຫາຍ. ຈາກນັ້ນກໍ່ໄດ້ຮັບຟັງການ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະອອກຮັບສະໝັກເລື່ອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII. ໂດຍອິງໃສ່ ມາດຕະຖານລວມຂອງພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານສະເພາະຂອງຄະນະບໍລິຫານງານພັກແຂວງ, ດ້ານເງື່ອນໄຂ ຜູ້ຈະອອກຮັບສະຫມັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ແລະ ດ້ານໂຄງປະກອບຂອງຄະນະບໍລິຫານງານພັກແຂວງ ພ້ອມນັ້ນກໍ່ໄດ້ດໍາເນີນການລົງທາບທາມຄໍາເຫັນຕຳນິສົ່ງຂ່າວຕໍ່ຄະນະບໍລິຫານງານພັກແຂວງ ໃສ່ໃນຮ່າງບົດທາມທາມ. ໃນຕອນທ້າຍ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ຕື່ມອີກ.

ພາບ-ຂ່າວ ພົມມະນີ ອິນສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa