ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ Vll ໃນວັນທີ 10 ກໍລະກົດ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍເຂົ້າຮ່ວມມີ ທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ-ລັດຖະກອນ ແລະ ທ່ານນາຍບ້ານ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ໄດ້ດໍາເນີນໃນລະຫວ່າງວັນທີ 19-23 ພຶດສະພາ 2025 ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ກອງປະຊຸມໄດ້ດໍາເນີນບົນຈິດໃຈຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາສູນກາງ ໃນການຄົ້ນຄ້ວາ ປະກອບຄໍາຄິດ-ຄໍາເຫັນຢ່າງມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ເປັນຕົ້ນແມ່ນການຕີລາຄາກ່ຽວກັບການຈັດຕັ້ງປະຕິບັດແຜ່ນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາ 06 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນງານ 06 ເດືອນ ທ້າຍປີ 2025 ຕິດພັນກັບ 02 ວາລະແຫ່ງຊາດ, ບັນດາເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຕໍ່ກັບການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ-ນະຄອນ, ຮາກຖານພັກ ອ້ອມຂ້າງກະຊວງ-ອົງການ, ຮາກຖານພັກອ້ອມຂ້າງນະຄອນຫລວງວຽງຈັນ, ແຂວງ ແລະ ຄາດຄະເນແຜນການກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ນະຄອນຫລວງວຽງຈັນ ແລະ ແຂວງ. ພ້ອມດຽວກັນກໍໄດ້ຮັບຟັງການເຊື່ອມຊຶມຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ Vll ເຊິ່ງກອງປະຊຸມແມ່ນໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງບັນດາສະຫາຍຜູ້ແທນກອງປະຊຸມໃນຄົ້ນຄວ້າ, ປຶກສາຫາລືຫລາຍບັນຫາສໍາຄັນໃນການສະຫລຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະຄັ້ງທີ 13 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII, ການຕີລາຄາການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 06 ເດືອນ ຕົ້ນປີ ແລະ ທິດທາງແຜນການ 06 ເດືອນ ທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຄົ້ນຄວ້າປັບປຸງບັນດາເອກະສານ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ກອງປະຊຸມໄດ້ຄົ້ນຄ້ວາເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ຢ່າງເລິກເຊິ່ງ ແລະ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຕົວຈິງຢູ່ແຂວງໄຊຍະບູລີຢ່າງຕັ້ງໜ້າ, ກອງປະຊຸມຍັງໄດ້ຮັບຟັງແຜນການປັບປຸງກົງຈັກການຈັດຕັ້ງ ແຜນການກະກຽມດໍາເນີນກອງປະຊຸມ 3 ຂັ້ນຂອງພັກ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ສະໄໝທີ VIII ຂອງອົງຄະນະພັກແຂວງ ແລະ ກອງປະຊຸມໄດ້ເປັນເອກະພາບກໍານົດທິດທາງແຜນງານແຕ່ນີ້ຮອດກອງປະຊຸມທ້າຍສະໄໝຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VII ຕື່ມອີກ.
………………….
ພາບ-ຂ່າວ: ພົມມະນີ ອິນສະຫວັນ.