ເມືອງຄອບ ແຂວງໄຊະບູລີ ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມຜູ້ເກົ່າ ແລະ ຜູ້ໃໝ່.

ໃນຕອນເຊົ້າຂອງວັນທີ 23 ເມສາ 2025 ເມືອງຄອບ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີລະຫວ່າງຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍໄດ້ຈັດຂື້ນຢູ່ທີ່ຫ້ອງການຊາວໝຸ່ມເມືອງ, ໂດຍໃຫ້ກຽດການເຂົ້າຮ່ວມຂອງທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບ, ມີກໍາມະການພັກເມືອງ, ຫົວໜ້າຫ້ອງການແຂກທີ່ຖືກເຊີນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍອີງຕາມຂໍ້ຕົກລົງຂອງທ່ານ ວ່າການເຈົ້າເມືອງໆຄອບ ສະບັບເລກທີ 204 /ຈມ.ມຄ ລົງວັນທີ 11 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າໂຄສະນາອົບຮົມຜູ້ໃໝ່ ວ່າການເຈົ້າເມືອງຕົກລົງແຕ່ງຕັ້ງທ່ານ ນາງ ຕ້ອຍ ກອງຊັບ ກໍາມະການພັກເມືອງ ເປັນຫົວໜ້າໂຄສະນາອົບຮົມເມືອງຜູ້ໃໝ່ ແລະ ຂໍ້ຕົກລົງຂອງທ່ານ ເຈົ້າເມືອງໆ ຄອບ ສະບັບເລກທີ172/ຈມ.ມຄ ລົງວັນທີ 31 ມີນາ 2025 ວ່າດ້ວຍການຍົກຍ້າຍບ່ອນປະຈໍາການຂອງພະນັກງານ ວ່າການເຈົ້າເມືອງຕົກລົງຍົກຍ້າຍທ່ານ ສີລາ ເທບຮັກສາ ກໍາມະການພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງຜູ້ເກົ່າ ໄປສັງກັດ ແລະ ປະຈໍາການຢູ່ຫ້ອງວ່າການເມືອງຄອບ.

ໃນພິທີທ່ານ ສີລາ ເທບຮັກສາ ກໍາມະການພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງຜູ້ເກົ່າ ກໍໄດ້ຂື້ນຜ່ານບົດບັນທຶກການມອບ-ຮັບ ໃນໂອກາດດຽວກັນນີ້ ທ່ານ ສີລາ ເທບຮັກສາ ກໍາມະການພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງຜູ້ເກົ່າ ແລະ ທ່ານ ນາງຕ້ອຍ ກອງຊັບ ກໍາມະການພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງຜູ້ໃໝ່ ໄດ້ພ້ອມກັນລົງນາມເຊັນບົດບັນທຶກມອບ – ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເຂົ້າຮວມເປັນສັກຄີພະຍານຂອງທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

……………………………………

ຂ່າວ-ພາບ: ທອງແກ້ວ ພອນມະລີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa