ເມືອງຊຽງຮ່ອນຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ໃນວັນທີ 24 ທັນວາ 2025 ນີ້ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຂື້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ກົມກອງອ້ອມຂ້າງເມືອງເຂົ້າຮ່ວມ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 100/ ຄປຈ.ຊຍ, ລົງວັນທີ 17 ທັນວາ 2025 ວ່າດ່ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ປະຈໍາເຂດເລືອກຕັ້ງເມືອງຊຽງຮ່ອນ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈຳນວນ 25 ທ່ານປະຈຳເມືອງຊຽງຮ່ອນ, ຜ່ານຄໍາແນະນໍາຂອງຄະນະກໍາມະການການເລືອກຕັ້ງຂັ້ນແຂວງ ແລະ  ຜ່ານແຈ້ງການຂອງຄະນະກຳມະການການເລືອກຕັ້ງຂັ້ນແຂວງ ສະບັບເລກທີ 06 / ຄລຂ ໄຊຍະບູລີ ວັນທີ 22 ທັນວາ 2025 ເລື່ອງ ການເກັບກຳສະຖິຕິພົນລະເມືອງ, ຜູ້ມີສິດເລືອກຕັ້ງ, ເກັບກຳໜ່ວຍປ່ອນບັດ ແລະ ອຸປະກອນຮັບໃຊ້າໃນບັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບການກະກຽມວຽກງານດັ່ງກ່າວ ແລະ ປະທານກອງປະຊຸມກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ການກະກຽມບັນການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ  ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຕື່ມອິກ ເພື່ອເຮັດໃຫ້ບັນການເລືອກຕັ້ງຄັ້ງດັ່ງກ່າວໄດ້ດຳເນີນໄປຕາມຫຼັກການ, ລະບຽບການ ແລະ ແຜນການທີ່ໄດ້ກຳນົດໄວ້.

ໂດຍ: ຄ ອ ມ ເມືອງຊຽງຮ່ອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa