ເມືອງຊຽງຮ່ອນຈັດການແຂ່ງຂັນກິລາມິດຕະພາບ

 

 

ໃນວັນທີ 27 ມີນາ 2026ນີ້ ຢູ່ທີ່ເດີ່ນກິລາ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນກິລາມິດຕະພາບລະຫວ່າງ ເມືອງຊຽງຮ່ອນ ກັບ ອຳເພີ ສອງແຄວ ແລະ ອຳເພີ ທົ່ງຊ້າງ ຈັງຫວັດນ່ານ ລາສະອານາຈັກໄທ ຄັ້ງທີ 4 ຂື້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ມີທ່ານ ທະວີສັກ ພຸ່ມມໍລະດົກ ນາຍອຳເພີ ທົ່ງຊ້າງ ແລະ ທ່ານ ສົມກຽດ ສຸໂຂ ນາຍອຳເພີ ສອງແຄວ ມີການນຳຂອງເມືອງ ພ້ອມດ້ວຍທີມຄູເຝຶກ ແລະ ນັກກິລາ ຈາກ 1 ເມືອງ ແລະ 2 ອຳເພີເຂົ້າຮ່ວມ.

ໃນພິທີ ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກຳມະການປົກຄອງເມືອງຊຽງຮ່ອນ ໄດ້ກ່າວເປີດການແຂ່ງຂັນຂື້ນຢ່າງເປັນທາງການ ທ່ານໄດ້ກ່າວວ່າ: ການແຂ່ງຂັນກິລາມິດຕະພາບລະຫວ່າງເມືອງຊຽງຮ່ອນ ກັບ ອຳເພີທົ່ງຊ້າງ ແລະອຳເພີສອງແຄວໃນຄັ້ງນີ້ ມີຈຸດປະສົງເພື່ອຜູກແໜ້ນຄວາມສາມັກຄີຮັກແພງ ໂດຍໃຊ້ເກມກິລາໃຫ້ກາຍເປັນສື່ກາງ ເປັນທູດທາງດ້ານວັດທະນະທໍາ, ການຄ້າ-ຂາຍ ແລະ ການແລກປ່ຽນບົດຮຽນໃນດ້ານຕ່າງໆ ໃຫ້ເພີ່ມທະວີໜັກແໜ້ນຍິ່ງຂຶ້ນເຮັດໃຫ້ສາຍພົວພັນລະຫວ່າງສາມເມືອງມີຄວາມສາມັກຄີຮັກແພງຢ່າງສະໜິດແໜ້ນຂອງສາມເມືອງກໍ່ຄືສອງປະເທດ ຕິດພັນກັບກິດຈະກຳການແຂ່ງຂັນກິລາມິດຕະພາບຄັ້ງນີ້ ຍັງໄດ້ຊົມການສະແດງສິລະປະ-ວັນະຄະດີອັນເປັນວັດທະນະທໍາພື້ນບ້ານຂອງເມືອງເພື່ອເປັນການແລກປ່ຽນບົດຮຽນ, ແລກປ່ຽນທາງດ້ານວັດທະນະທຳເຊິ່ງກັນ ແລະ ກັນທີ່ໄດ້ສ່ອງແສງເຖິງແບບແຜນການດຳລົງຊີວິດຂອງປະຊາຊົນ. ການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ປະກອບມີ 5 ປະເພດ ກິລາຄື: ບານເຕະ VIP, ບານເຕະຊາວໜຸ່ມທົ່ວໄປ, ບານສົ່ງຍິງ, ກະຕໍ້ຊາຍ ແລະ ກິລາພື້ນບ້ານປະເພດດຶງເຊືອກປະສົມຍິງ-ຊາຍ. ການຈັດກິດຈະກຳແຂ່ງກິລາໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນ, ເປັນການຊຸກຍູ້ສົ່ງເສີມການພັດທະນາວຽກງານກິລາ-ກາຍະກຳ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງເມືອງຕໍ່ເມືອງ.  ການແຂ່ງຂັນກິລາ ມິດຕະພາບໃນຄັ້ງນີ້ຜົນການແຂ່ງຂັນປະກົດວ່າ:

ກິລາບານເຕະ VIP ອັນດັບທີ 1 ໄດ້ແກ່ທີມບານເຕະອຳເພີ ສອງແຄວ

ກິລາກະຕໍ້ຊາຍ ອັນດັບທີ 1 ໄດ້ແກ່ທີມກະຕໍ້ເມືອງຊຽງຮ່ອນ.

ກິລາບານເຕະຊາວໜຸ່ມທົ່ວໄປ ອັນດັນທີ 1 ໄດ້ແກ່ທີມບານເຕະອໍາເພີ ທົ່ງຊ້າງ

ກິລາບານສົ່ງຍິງອັນດັບທີ 1 ໄດ້ແກ່ທີມບານສົ່ງອໍາເພີ ສອງແຄວ.

ກິລາດຶງເຊືອກປະສົມຍິງ-ຊາຍ ອັນດັບທີ 1 ໄດ້ແກ່ທີມດຶງເຊືອກ ອຳເພີ ສອງແຄວ.

ການຈັດການແຂ່ງກິລາມິດຕະພາບໃນຄັ້ງນີ້ໄດ້ຈົບລົງ ດ້ວຍບັນຍາກາດຄືກຄື້ນ ແລະເຕັມໄປດ້ວຍຄວາມສາມັກຄີຮັກແພງຢ່າງສະໜິດແໜ້ນ ລະຫວ່າງ 3 ເມືອງ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa