ເມືອງຊຽງຮ່ອນຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນວັນທີ 3 ທັນວາ 2025ນີ້ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂື້ນຢູ່ທີ່ສະໂມສອນຂອງເມືອງ ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ສົມບູນ ຂຽວພະນາ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ມີຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານ,ຮອງປະທານແມ່ຍິງເມືອງ ປະທານຮາກຖານແມ່ຍິງ ສຳນັກງານຫ້ອງການ ກົມກອງ, ສະມາຊິກຫະພັນແມ່ຍິງບ້ານເທດສະບານ ແລະ ນ້ອງນ້ອຍນັກຮຽນໂຮງຮຽນ ມສ ຊຽງຮ່ອນເຂົ້າຮ່ວມ.

ໃນພິທີທ່ານ ສົມບູນ ຂຽວພະນາ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດຂື້ນປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເຊິ່ງທ່ານໃຫ້ຮູ້ວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍແມ່ນບັນຫາທີ່ເກີດຂື້ນມາດົນນານແລ້ວໃນທົ່ວໂລກ ແລະ ປະຈຸບັນ ກາຍເປັນປະກົດການຫຍໍ້ທໍ້ອັນໜຶ່ງໃນສັງຄົມ  ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍແມ່ນມີຫຼາຍ ສາເຫດຄື: ຍ້ອນຮີດຄອງປະເພນີ, ທຳນຽມປະຕິບັດ, ຄວາມເຊື່ອຖື, ຄວາມທຸກຍາກ, ທັດສະນະຂອງສັງຄົມຕໍ່ແມ່ຍິງ, ລະດັບການສຶກສາ ແລະ ອື່ນໆ. ຄວາມຮຸນແຮງທີ່ເກີດຂື້ນມັນໄດ້ສົ່ງຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ເປັນອຸປະສັກກີດຂວາງເຮັດໃຫ້ແມ່ຍິງບໍ່ໄດ້ເຂົ້າຮ່ວມໃນການພັດທະນາ ແລະ ຄວາມສະເໝີພາບລະຫວ່າງຍິງ – ຊາຍ. ນອກຈາກນີ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ຍັງສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ – ສັງຄົມ ສະນັ້ນ, ພັກ – ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນຕໍ່ກັບບັນຫາດັ່ງກ່າວ ໂດຍໄດ້ເອົາໃຈໃສ່ໃນການສົ່ງເສີມຄວາມສະເໝີພາບ ແລະ ຄວາມເທົ່າທຽມກັນລະຫວ່າງຍິງ – ຊາຍທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ຄອບຄົວ, ລົບລ້າງທຸກຮູບການໃນການຈຳແນກແມ່ຍິງ, ເອົາໃຈໃສ່ໃນການປົກປ້ອງຊ່ວຍເຫຼືອເດັກ  ແລະ ສ້າງມາດຕະການເພື່ອໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ສະແດງອອກໃນບັນດານິຕິກຳ ແລະ ນະໂຍບາຍທີ່ໄດ້ຮັບຮອງແລ້ວຄື: ກົດຫມາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ແຜນດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ທ່ານ ຍັງໄດ້ຜ່ານສານ ຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ພາຍໄຕ້ຫົວຂໍ້ທີ່ວ່າ: ຮ່ວມແຮງຮ່ວມໃຈ ເພື່ອຍຸດຕິການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ ຕື່ມອິກ.

ໂດຍ: ຄ ອ ມ ເມືອງຊຽງຮ່ອນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa