

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ4 ສະໄໝທີVIII ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ປິດລົງໃນວັນທີ23 ມັງກອນ2026 ນີ້, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນຢູ່ທີ່ສະໂມສອນຂອງເມືອງ. ໂດຍການເປັນປະທານຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ກໍາມະການພັກແຂວງ, ເລຂາຄະນະບໍລິຫານພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ພະນັກງານອາວຸດໂສ ບຳນານ ເລຂາໜ່ວຍພັກສໍານັກງານ-ອົງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ໂຮງຮຽນ, ໂຮງໝໍແລະເລຂາໜ່ວຍພັກບ້ານໃນທົ່ວເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສະຫຼຸບຕີລາຄາການນຳພາປະຕິບັດວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງຈຸດສຸມ 1 ປີຕໍ່ໜ້າ ເຊິ່ງໃນໄລຍະ 1 ປີຜ່ານມາ ຄະນະບໍລິຫານງານພັກເມືອງໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເປັນວຽກງານສໍາຄັນ ທີ່ຕ້ອງເຮັດເປັນປົກກະຕິຢ່າງຕໍ່ເນື່ອງ ແລະສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານໂດຍໄດ້ນຳພາຄົ້ນຄວ້າເຊື່ອມຊຶມແລະສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ຄໍາແນະນໍາ,ຂໍ້ກໍານົດຕ່າງໆຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງ ເຂົ້າສູ່ວຽກງານຕົວຈິງ, ສະແດງອອກ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ,ຄະນະພັກ, ຄະນະນໍາທຸກຂັ້ນໄດ້ເປັນເຈົ້າການນໍາພາ-ຊີ້ນໍາປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງກວ້າງຂວາງ ແລະ ທົ່ວເຖິງ, ພ້ອມກັນນັ້ນກໍ່ໄດ້ຈັດຝຶກອົບຮົມການເມືອງ-ການທະຫານໃຫ້ນັກຮຽນ ມ.ປາຍໄດ້ 6 ແຫ່ງ ມີນັກຮຽນ ແລະ ຄູ-ອາຈານເຂົ້າຮ່ວມທັງໝົດ 165 ຄົນ ຍິງ 56 ຄົນ; ໄດ້ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ ໃນໄລຍະຜ່ານມາມີຄະດີເກີດຂຶ້ນ 19 ກໍລະນີ, ສາມາດກັກຕົວຜູ້ກະທໍາຜິດມາດໍາເນີນຄະດີໄດ້ 197ຄົນ, ຍິງ 14ຄົນ ໃນນັ້ນເສບຢາເສບຕິດ 116 ຄົນ, ຍິງ 06 ຄົນ, ພົ້ນເດັ່ນກວ່າໝູ່ແມ່ນສາມາດທັບມ້າງກຸ່ມແກ້ງຄໍຣເຊັນເຕີ 25 ຄົນ, ຍິງ 07 ຄົນ ແລະ ຄ້າ-ຂາຍຢາເສບຕິດ(ປະເພດຢາບ້າ) 05 ຄົນ(ພ້ອມຂອງກາງ 1,265 ເມັດ), ຂົນສົ່ງຢາເສບຕິດ 1 ຄົນມີຂອງກາງ(18.000 ເມັດ) , ມີອຸບັດຕິເຫດເກີດຂຶ້ນ 19ຄັ້ງ. ຜົນເສຍຫາຍ:ພາຫະນະເປ່ເພຈໍານວນ 36 ຄັນ, ຄົນໄດ້ຮັບບາດເຈັບຈໍານວນ 36 ຄົນ; ຍິງ 04 ຄົນ ແລະ ເສຍຊີວິດ 06 ຄົນ ວຽກງານເສດຖະກິດໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ່ຊົນຢ່າງເປັນລະບົບຕໍ່ເນື່ອງ ໄດ້ສຸມໃສ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ຢູ່ໃນລະດັບດີພໍສົມຄວນ,ໃນປີ 2025 ເມືອງຊຽງຮ່ອນ ໄດ້ຮັບຕົວເລກແຜນລາຍຮັບງົບປະມານ ເບື້ອງຕົ້ນທັງໜົດ4.590 ລ້ານກີບ,ແຜນດັດແກ້ 5.104,78 ລ້ານກີບ ທຽບໃສ່ປີຜ່ານມາເພີ່ມຂື້ນ 39,39%, ຈັດຕັ້ງປະຕິບັດເກັບລາຍຮັບໄດ້ທັງໝົດ 6.767 ລ້ານກີບ, ເທົ່າກັບ 132,57% ຂອງແຜນການປີ, ໃນນັ້ນ:ຮັບຈາກສ່ວຍສາອາກອນ 6.582 ລ້ານກີບ, ເທົ່າກັບ 131,51% ຂອງແຜນການປີ, ລາຍຮັບ ຊັບສິນແຫ່ງລັດ: 185,44 ລ້ານກີບ ເທົ່າກັບ 185% ຂອງແຜນການປີ, ດ້ານແຫຼ່ງທຶນເພື່ອການພັດທະນາ: ສາມາດປະຕິບັດໄດ້ທັງໝົດ 48 ໂຄງການ, ລວມມູນຄ່າທັງໝົດ 232,5ຕື້ກີບ. ວຽກງານວັດທະນະທໍາ-ສັງຄົມ, ປັບປຸງຄຸນນະພາບການຮຽນ-ການສອນໃນທຸກລະດັບ, ຈັດຕັ້ງປະຕິບັດຄາດໝາຍພັດທະນາການສຶກສາບັນລຸໄດ້ 10 ຄາດໝາຍ 13 ຕົວຊີ້ວັດແລະ ຍັງບໍ່ບັນທັນລຸ 6 ຄາດໝາຍ 7 ຕົວຊີ້ວັດ; ພິເສດໄດ້ຈັດພິທີມອບຮັບໂຮງຮຽນ ມຕ ຮ່ອງຄູ ແລະ ຫໍພັກໂຮງຮຽນ ມສປາກເປັດ ໂດຍແມ່ນການສົມທົບທຶນຈາກໂຄງການຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ ແລະ ແຂວງໄຊຍະບູລີມູນຄ່າ 4.694.269.927 ກີບ, ພ້ອມທັງມອບອຸປະກອນການຮຽນ – ການສອນ, ເຄື່ອງນຸ່ງຫົ່ມ ແລະ ຄອມພິວເຕີຈໍານວນ 5 ຊຸດ, ການບໍລິການສາທາລະນະສຸກທົ່ວເຖິງ, ການປົກປັກຮັກສາມູນເຊື້ອວັດທະນະທໍາອັນດີງາມ, ການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ລະບຽບກົດໝາຍ. ວຽກງານອົງການຈັດຕັ້ງມະຫາຊົນ, ຂົງເຂດການເມືອງ, ປະຊາທິປະໄຕປະຊາຊົນແລະຍຸຕິທຳ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດແລະພໍ່ແມ່ປະຊາຊົນ ຢ່າງເປັນປະຈໍາ, ການປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ໄດ້ປະຕິບັດຕາມທິດກະທັດຮັດ, ສົມເຫດສົມຜົນ, ການຈັດວາງພະນັກງານໄດ້ອີງໃສ່ຄວາມຮູ້, ຄວາມສາມາດຂອງບຸກຄົນ. ກອງປະຊຸມ ຍັງໄດ້ຜ່ານແຜນດຳເນີນງານຂອງຄະນະບໍລິຫານງານພັກເມືອງສະໄໝທີ VIII ປະຈຳປີ 2026, ຮັບຟັງການເຜີຍແຜ່ນິຕິກຳປິ່ນອ້ອມອື່ນໆ ແລະ ຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ແທນກອງປະຊຸມເຊິ່ງສາມາດຍົກໃຫ້ເຫັນບັນຫາທີ່ພົ້ນເດັ່ນທີ່ຄວນເສີມຂະຫຍາຍ ແລະ ດ້ານຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂ, ພ້ອມທັງມີ ມາດຕະການໃນການແກ້ໄຂໃນຕໍ່ໜ້າ. ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມສະຫາຍ ນາງຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ຕື່ມອີກ.
ຂ່າວ: ຄ ອ ມ ເມືອງຊຽງຮ່ອນ.