ເມືອງຊຽງຮ່ອນເຊື່ອມຊືມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9ສະໄໝທີ XI ແລະ ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຄັ້ງທີ XX
ໃນຕອນເຊົ້າວັນທີ 7 ກຸມພາ 2025ນີ້ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີເຊື່ອມຊືມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີXI ແລະ ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຄັ້ງທີ XX ຂື້ນຢູ່ທີ່ສະໂມສອນຂອງເມືອງ ໂດຍການເຜີຍແຜ່ຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ ຮອງຫົວໜ້າຫ້ອງການ, ກອງບັນຊາການ ພະນັກງານຫຼັກແຫຼ່ງຂອງເມືອງ ທະຫານ, ຕຳຫຼວດ, ແລະ ອົງການປົກຄອງບ້ານເທດສະບານເມືອງເຂົ້າຮ່ວມ.
ໃນພິທີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊືມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີXI ບາງຕອນສະຫາຍໄດ້ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີXI ໄດ້ດໍາເນີນໃນລະຫວ່າງວັນທີ 28 ຕຸລາ ຫາ ວັນທີ 6 ພະຈິກ 2024 ທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ກອງປະຊຸມໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບດ້ານການເມືອງໃນການຄົ້ນຄວ້າປະກອບຄຳເຫັນ ແລະ ເປັນເອກະພາບໃຫ້ທິດຊີ້ນຳຕໍ່ບັນດາເນື້ອໃນທີ່ນຳມາປຶກສາຫາລືກັນດັ່ງນີ້: ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຕິດພັນກັບການຕິລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈຳປີ2024 ແລະ ທິດທາງປີ 2025, ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ, ການປັບປຸງເອກະສານທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີXII ຂອງພັກ, ການປັບປຸງລັດຖະທໍາມະນູນສະບັບປີ 2015, ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການເຄື່ອນໄຫວວຽກງານຕ່າງປະເທດຈຳນວນໜື່ງ, ກອງປະຊຸມໄດ້ວາງຈຸດສຸມນຳພາ-ຊີ້ນຳ ໂດຍມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຊີ້ນຳລັດຖະບານ, ອົງການຂອງພັກ ແລະ ລັດ, ຄະນະພັກແຕ່ລະຂັ້ນຈັດຕັ້ງປະຕິບັດວຽກງານຈຸດສຸມແຕ່ນີ້ຮອດກອງປະຊຸມຄົບຄະນະຄັ້ງທີ 10. ຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ກຽດເຊື່ອມຊືມຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຄັ້ງທີ XX ໄດ້ຍົກໃຫ້ເຫັນຄວາມໝາຍອັນໃຫຍ່ຫຼວງ ແລະ ຄວາມຮຽກຮ້ອງໂດຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນ, ປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ, ປັບປຸງລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ, ປັບປຸງລະບົບການປົກຄອງປະເທດຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ສົມບູນ, ປັບປຸງລະບົບລະບຽບການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຄົບຖ້ວນ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງຂອງຊາດ ແລະ ຍົກສູງລະດັບນຳພາຂອງພັກຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ.
ຂ່າວໂດຍ: ຖວທເມືອງຊຽງຮ່ອນ