

ໃນຕອນເຊົ້າວັນທີ 14 ສິງຫາ 2025ນີ້ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະມັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຮອບທີ 1 ຈັດຂື້ນທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ, ມີສະຫາຍ ແສງອາທິດ ລາວເບຼຍຢ່າທໍ່ ເລຂາຄະນະບໍລິຫານງານພັກເມືອງ, ມີສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ທີມງານຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານເປົ້າໝາຍຜູ້ເຂົ້າຮ່ວມທາບທາມບຸກຄະລາກອນທີ່ຈະອອກຮັບສະມັກເລືອກຕັ້ງຄະນະບໍລິຫານງານພັກແຂວງສະໄໝທີ VIII. ສຳລັບເມືອງຊຽງຮ່ອນມີເປົ້າໝາຍເຂົ້າຮ່ວມທາບທາມຈຳນວນ 92 ສະຫາຍ ຍິງ 13 ສະຫາຍ. ຈາກນັ້ນກໍ່ໄດ້ຮັບຟັງການ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະອອກຮັບສະໝັກເລື່ອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII. ໂດຍອິງໃສ່ ມາດຕະຖານລວມຂອງພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານສະເພາະຂອງຄະນະບໍລິຫານງານພັກແຂວງ, ດ້ານເງື່ອນໄຂ ຜູ້ຈະອອກຮັບສະມັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ແລະ ດ້ານໂຄງປະກອບຂອງຄະນະບໍລິຫານງານພັກແຂວງ ພ້ອມນັ້ນກໍ່ໄດ້ດໍາເນີນການລົງທາບທາມຄໍາເຫັນຕຳນິສົ່ງຂ່າວຕໍ່ຄະນະບໍລິຫານງານພັກແຂວງ ໃສ່ໃນຮ່າງບົດທາມທາມ, ຈຸດປະສົງຂອງກອງປະຊຸມ ກໍເພື່ອຮັບປະກັນໃນການດຳເນີນກອງປະຊຸມທາບທາມຄຳຕຳນິສົ່ງຂ່າວຕໍ່ຄະນະບໍລິຫານງານພັກແຂວງ ພາຍໄຕ້ການຊີ້ນຳ-ນຳພາຂອງອົງຄະນະພັກໃນໄລຍະຜ່ານມາ ແລະ ກໍ່ເປັນເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ທີ່ຈະໄດ້ເປີດຂື້ນໃນຕໍ່ໜ້ານີ້ ໃຫ້ໄດ້ດຳເນີນໄປຢ່າງຖືກຕ້ອງ ແລະ ສອດຄ່ອງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ແລະ ຕາມມະຕິ 030 ຂອງກົມການເມືອງສູນກາງພັກທີ່ໄດ້ກຳນົດມາດຕະຖານພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ.
ໂດຍ: ຖວທ ເມືອງຊຽງຮ່ອນ.