

ໃນວັນທີ 21 ພະຈິກ 2025ນີ້ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ນິຕິກຳທີ່ພົວພັນເຖິງ ວຽກງານການປະເມີນ ການຈັດຕັ້ງປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ປະຈຳປີ 2025 ຂື້ນຢ່າງເປັນທາງການ ໂດຍການ ເປັນປະທານຂອງທ່ານ ສົມບູນ ຂຽວພະນາ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ຜູ້ຊີ້ນຳວຽກງງານພັກພະນັກງານ ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ ຫົວໜ້າຫ້ອງການ ແລະ ພະນັກງານຮັບຜິດຊອບວຽກງານບໍລິຫານ -ຈັດຕັ້ງຂອງບັນດາຫ້ອງການພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພັນ ເລົາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະວິຊາການ ປະເມີນຜົນຂອງການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈຳປີ 2025. ຈາກນັ້ນ ເຜີຍແຜ່ຄຳແນະນຳການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ເລກທີ 06/ ພນ ລົງວັນທີ 2 ພືດສະພາ 2018 ແລະ ຄຳແນະນຳ ຂອງທ່ານເຈົ້າແຂວງ ສະບັບເລກທີ 233/ຈຂ.ຊຍ ລົງວັນທີ 3 ຕຸລາ 2019. ຈຸດປະສົງໃນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນໃນຄັ້ງນີ້ ກໍ່ເພື່ອເປັນບາອນອິງໃຫ້ແກ່ອົງການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບວິທີການ ຂັ້ນຕອນຂອງການປະເມີນຜົນ ໃຫ້ມີຄຸນນະພາບ ແລະ ເພື່ອໃຫ້ຜົນການປະເມີນ ສາມາດນຳໃຊ້ເຂົ້າໃນວຽກງານພັດທະນາ ແລະ ຄຸມຄອງ ພະນັກງານ-ລັດຖະກອນ ໃຫ້ຊອດຄ່ອງກັບເງື່ອນໄຂຄວາມຕ້ອງການ ຂອງການຈັດຕັ້ງແຕ່ລະໄລຍະ. ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບວຽກງານການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃນເມືອງຊຽງຮ່ອນຕື່ມອິກ.
ໂດຍ: ຄ ອ ມ ເມືອງຊຽງຮ່ອນ.