ເມືອງທົ່ງມີໄຊ ພິທີ ປີດອົບຮົມການເມືອງ ການທະຫານ ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ

ໃນທ້າຍອາທິດຜ່ານມານີ້, ກອງບັນຊາການທະຫານ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີ ປີດອົບຮົມ-ຫັດແອບ ບ້ານປ້ອມໝັ້ນສູ້ຮົບເອກະລາດ ໃຫ້ບ້ານແຄ່ນເມືອງທົ່ງມີໄຊ ແຂວງໄຊຍະບູລີ ຂື້ນຢ່າງເປັນທາງການ ຢູ່ທີ່ຫໍປະຊຸມບ້ານດັ່ງກ່າວ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ພັທ ວົງໄຊ ພອນປານີ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງທົ່ງມີໄຊ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງ – ປກສ ເມືອງ, ກອງຫຼອນ-ປກສ ບ້ານ, ຂະແໜງການຂອງບ້ານ ຕະຫຼອດຮອດ ປະຊາຊົນ ບ້ານແຄ່ນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັທ ຄຳໄພ້ ທອງຈັນ ຫົວໜ້າພະແນກເສນາທິການ ກອງບັນຊາການທະຫານເມືອງ  ໄດ້ຜ່ານບົດສະຫຼຸບວຽກອົບຮົມຫັດແອບ, ການທະຫານ ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ ບ້ານແຄ່ນ ເມືອງທົ່ງມີໄຊ ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນຕະຫຼອດໄລຍະຂອງການຝຶກອົບຮົມໃນຄັ້ງນີ້: ເຊິ່ງບ້ານແຄ່ນ ຕັ້ງຢູ່ທິດຕາເວັນຕົກຂອງເມືອງທົ່ງມີໄຊ ມີ 194ຄອບຄົວ, ມີພົນລະເມືອງທັງໝົດ 885ຄົນ, ຍິງ 429ຄົນ, ຈຸດປະສົງແມ່ນ ເຮັດໃຫ້ໃຫ້ກໍາລັງ ກອງຫຼອນ, ປກສ ແຕ່ລະທ້ອງຖິ່ນຈັດຕັ້ງ ເຊື່ອມຊຶມຕໍ່ກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຂອງພັກໃນສະພາບການໃໝ່ ຍົກສູງລະດັບຄວາມຮູ້ ຄວາມສາມາດໃນການຊີ້ນໍາ-ບັນຊາດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອກໍ່ສ້າງກຸ່ມບ້ານໃຫ້ເປັນບ່ອນອີງໃນການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ,ໃຫ້ກາຍເປັນບໍລິເວນທ່າຈັ້ງຂອງແຂວງ-ເມືອງ ເນື້ອໃນການອົບຮົມໃນຄັ້ງນີ້ແມ່ນຈະໄດ້ແບ່ງອອກເປັນ 3ພາກຄື: ພາກການເມືອງ, ພາກສິລະປະຍຸດ ແລະ ພາກຍຸດທະວິທີ; ຜ່ານການຝຶກອົບຮົມສາມາດຕີລາຄາຜົນໄດ້ຮັບດັ່ງນີ້: ພາກການເມືອງໄດ້ 90%, ພາກຍຸດທະວິທີໄດ້ 85% ແລະ ພາກສິລະປະຍຸດໄດ້ 85%; ປະຕິບັດຍິງລູກປືນແທ້ທັງໝົດ 39 ສະຫາຍ, ຍິງ 8 ສະຫາຍ, ໄດ້ປະເພດເກັ່ງ 16 ສະຫາຍ, ກາງ 8 ສະຫາຍ, ຄາດໝາຍ 13 ແລະ ຫຼຸດຄາດ ໝາຍ 2 ສະຫາຍ

ໃນໂອກາດນີ້່ ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມ ຈາກສະຫາຍ ພັທ ວົງໄຊ ພອນປານີ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງທົ່ງມີໄຊ, ເຊິ່ງສະຫາຍ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ໄດ້ເຂົ້າຮ່ວມອົບຮົມ-ຫັດແອບ ຕ້ອງເຊື່ອມຊຶມກຳແໜ້ນທິດສະດີ, ຫຼັກການ, ເນື້ອໃນ ແລະ ພາກປະຕິບັດ ໃນຄັ້ງນີ້ ຮູ້ນຳໃຊ້ຢ່າງຖືກຕ້ອງ ກ່ຽວກັບແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮູ້ໝູນໃຊ້ເຂົ້າໃນສະພາບຕົວຈິງ ຂອງທ້ອງຖິນຢ່າງຖືກວິທີ ແລະ ໃຫ້ຖືເອົາວຽກງານປ້ອງກັນຊາດປ້ອງກັນ ຄວາມສະຫງົບເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ບັນຫາອື່ນໆອີກ.

ໂດຍ ຄ ອ ມ ທົ່ງມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa