ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຈັດພິທີ ປາຖະກະຖາ 6 ວັນປະຫວັດສາດສໍາຄັນຂອງຊາດ,ຂອງພັກ.

ເມືອງທົ່ງມີໄຊ ໄດ້ຈັດພິທີປາຖະກະຖາ 6 ວັນປະຫວັດສາດ ຂຶ້ນໃນວັນທີ 8 ສິງຫາ 2025ນີ້  ຢູ່ທີ່ ສະໂມສອນຂອງເມືອງທົ່ງມີໄຊ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສົມດີ ໄຊຍະລາດ ເລຂາຄະນະບໍລິຫານງານພັກເມຶອງ ເຂົ້າຮ່ວມຮັບຟັງມີ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານປະຕິວັດອາວຸໂສ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.  ໃນພິທີດັ່ງກ່າວນີ້ ທ່ານ ສົມດີ ໄຊຍະລາດ ໄດ້ຍົກໃຫ້ເຫັນເຖິງມູນເຊືອແຫ່ງການກຳເນີດເຕີບໃຫ່ຍຂະຫຍາຍຕົວແຕ່ລະໄລຍະຂອງວັນສຳຄັນດັ່ງກ່າວເປັນຕົ້ນ, ຂະບວນວິວັດແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງແນວລາວສ້າງຊາດ ຄົບຮອບ 75 ປີ ( 13/8/1950 -13/8/2025 ), ການເຕີບໃຫ່ຍຂະຫຍາຍຕົວວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 75 ປີ(13/8/1950 – 13/8/2025 ), ວັນຍຶດອຳນາດທົ່ວປະເທດ ແລະ ວັນຍຶດອຳນາດຂອງແຂວງໄຊຍະບູລີ ຄົບຮອບ 50ປີ( 23/8/1975-23/8/2025 ), ວັນສ້າງຕັ້ງສານປະຊາຊົນແຫ່ງ ສປປ ລາວ ຄົບຮອບ 43 ປີ( ວັນທີ 15 ສິງຫາ 1982 – 15 ສິງຫາ 2025 ) ແລະ ວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ( ວັນທີ 15 ສິງຫາ 1991 – 15 ສິງຫາ 2025 ), ວັນສ້າງຕັ້ງສະຫະພັນນັກຮົບເກົ່າຄົບຮອບ 23 ປີ ( 9/9/2002- 9/9/ 2025 ),ຊີ່ງທ່ານໄດ້ກ່າວວ່າ: ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ ວຽກງານສື່ມວນຊົນ ແລະ ການພິມຈໍາໝ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫ່ຍຂະຫຍາຍຕົວເປັນກ້າວໆມາ ອັນພົ້ນເດັ່ນແມ່ນໄດ້ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕີກອງປະຊຸມໃຫ່ຍຂອງພັກເປັນຕົ້ນແມ່ນໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ວຽກງານຊັບຊ້ອນປັບປຸງກົງຈັກການຈັດຕັ້ງ ຢູຸ່ສຸນກາງ ແລະ ທ້ອງຖີ່ນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ວຽກງານຈຸດສຸມຂອງສະພາແຫ່ງຊາດ ແລະ ການປັບປຸງລັດຖະທຳມະນຸນ ການເຄື່ອນໄຫວວຽກຈຸດສຸມຂອງລັດຖະບານ ທັງສຸນກາງ ແລະ ທ້ອງຖິ່ນ ວຽກງານການຕ່າງປະເທດ ແລະ ການຜົວພັນການທຸດກັບບັນດາປະເທດເພື່ອນມິດ ການຊູຍູ້ສົ່ງເສີມການຜະລິດຕະພັນເປັນສີນຄ້າຂອງປະຊາຊົນ ວຽກດີຄົນເດັ່ນ ແລະ ການນຳໃຊ້ຜະລິດຕະພັນພາຍໃນປະເທດ ສົ່ງເສີມການໂຄສະນາວັນສຳຄັນຕ່າງໆຂອງພັກຂອງຊາດຢ່າງກ້ວາງຂວາງ,ເລີກເຊີ່ງ ແລະ ຕໍ່ເນື່ອງ; ນອກຈາກນີ້ກໍ່ຍັງໄດ້ຍົກໃຫ້ເຫັນເຖິງ: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວມາເປັນແຕ່ລະໄລຍະ ໂດຍສະເພາະປະເທດລາວມີຊັບພະຍາກອນທຳມະຊາດ ປະຊາຊົນມີມູນເຊື້ອສາມັກຄີຮັກແພງ ເປັນປືກແຜ່ນແໜ້ນໜາ ມີປະຫວັດສາດແຫ່ງການຕໍ່ສູ້ເພື່ອປົກປັກຮັກສາ ຜືນແຜ່ນດິນຂອງຊາດລາວຢ່າງເດັດດ່ຽວ ພາຍໃຕ້ການນຳພາຂອງບັນດາວິລະບູລຸດ ທີ່ມີຄຸນນະທຳອັນລ້ຳເລີດໃນປະຫວັດສາດຄວາມເປັນລາວ

ຜົນງານອັນພົ້ນເດັ່ນໃນໄລຍະແນວລາວສ້າງຊາດ ປີ 1979-ກາງປີ 2025 ປະຕິບັດນະໂຍບາຍສາມັກຄີ ລະຫວ່າງຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ໃນວົງຄະນາຍາດແຫ່ງຊາດ ບົນພື້ນຖານພັນທະພາບກໍາມະກອນ-ຊາວນາ ພາຍໃຕ້ການນໍາພາຂອງພັກ, ປຸກລະດົມຂະບວນການຟື້ນຟູເສດຖະກິດ-ສັງຄົມ ຂອງຊາດ ແລະ ປະກອບສ່ວນຊຸກຍູ້ການປັບປຸງລະບົບການສຶກສາ ແລະ ອະນຸລັກວັດທະນະທໍາ ພ້ອມກັບວຽກງານດ້ານຕ່າງໆທີ່ສໍາຄັນ ໃນໂອກາດດຽວກັນນີ້ອົງການແນວລາວສ້າງຊາດແຂວງ ກໍ່ຄືອົງການແນວລາວສ້າງເມືອງກໍ່ໄດ້ຮັບການພັດທານາດີຂື້ນເປັນກ້າວໆ. ແລະວັນສຳຄັນອື່ນໆອີກ.ຈຸດປະສົງເພື່ອໂຄສະນາສຶກສາອົບຮົມສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ໃນທົ່ວເມືອງທົ່ງມີໄຊ, ເຫັນໄດ້ບົດບາດ, ຄວາມໝາຍຄວາມສຳຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງ 6 ວັນປະຫວັດສາດດັ່ງກ່າວ ເຂົ້າໃນພຶດຕິກຳຕົວຈິງ, ຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນ ແລະ ເພີ່ມທະວີຄວາມຮັບຜິດຊອບໃນໜ້າທີ່ວຽກງານຂອງຕົນ ໃຫ້ດີຂຶ້ນ. ເພື່ອເຮັດໃຫ້ຊັ້ນຄົນຕ່າງໆໃນທົ່ວສັງຄົມມີສະຕີເຄົາລົບ ແລະ ປະຕິບັດກົດໝາຍ ແນໃສ່ບູລະນະລັດປະຊາທິປະໄຕປະຊາຊົນໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງມີປະຊາທີປະໄຕ, ຍຸຕິທຳ ແລະ ສີວີໄລ.

ຂ່າວ -ພາບ: ຖວທ ເມືອງທົ່ງມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa