ເມືອງບໍ່ແຕນ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກຄັ້ງທີ 8 ສະໄໝທີ XI ແລະຮ່າງມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂງໄຊຍະບູລີຄັ້ງທີ11 ສະໄໝທີ VII .

ເມືອງບໍ່ແຕນ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກຄັ້ງທີ 8 ສະໄໝທີ XI ແລະຮ່າງມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂງໄຊຍະບູລີຄັ້ງທີ11 ສະໄໝທີ VII .
……………………….
ຄະນະບໍລິຫານງານພັກເມືອງບໍ່ແຕນແຂວງໄຊຍະບູລີໄດ້ຈັດຕັ້ງກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XI ແລະຮ່າງມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງໃຫ້ພະນັກງານລັດຖະກອນຢູ່ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2024 ນີ້ໂດຍການເປັນປະທານຂອງທ່ານ ສົມສະໜຸກ ໄຊອຸດົມ ເລຂາພັກເມືອງ ເຈົ້າເມືອງບໍ່ແຕນ ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງຫົວໜ້າ,ຮອງຫົວໜ້າຫ້ອງການຫົວໜ້າໜ່ວຍງານ.ທະຫານ,ຕ່ຳຫຼວດຊັ້ນ ຮ້ອຍເອກ ຂຶ້ນ ເຂົ້າຮ່ວມການເຜີຍແຜ່ເອກະສານໃນຄັ້ງນີ້ທ່ານໄດ້ກ່າວວ່າ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XI ໄດ້ໄຟຂຂຶ້ນໃນລະຫວ່າງວັນທີ 13-17 ພຶດສະພາ 2024 ໂດຍພາຍໃຕການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດແຫ່ງ ສປປລາວ ເຊິ່ງໃນກອງປະຊຸມໄດ້ຍົກໃຫ້ເຫັນສິ່ງທ້າທາຍແລະກາລະໂອກາດເຊິ່ງຕ້ອງກຳແໜ້ນແລະໝູນໃຊ່ຢ່າງປະດິດສ້າງຢ່າງສົມເຫດສົມຜົນບັນຫາຮີບດ່ວນແມ່ນສຶນຕໍ່ແກ້ໄຂຄວາມເຄັ່ງຮ້ອນດ້ານເສດຖະກິດການເງິນເລັ່ງແກ້ໄຂເງິນເຟີ້ໃຫ້ຫຼຸດລົງ,ແກ້ໄຂໜີ້ສິນຢ່າງມີແຜນການລະອຽດ,ຍູ້ແຮງການຜະຫຼິດເປັນສິນຄ້າ,ຄຸ່ມຄອງລາຄາສິນຄ້າບໍໃຫ້ຫ່າງຈາກລາຄາຕົ້ນທຶນຫຼາຍເກີນໄປກອງປະຊຸມໄດ້ຕີລາຄາກ່ຽວກັບການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳຕາມມະຕິເລກທີ 112/ກມສພລົງວັນທີ 2 ມິຖຸນາ 2020ຂອງກົມການເມືອງສູນກາງພັກ.ການເຊື່ອມຊຶມເອກະສານໃນຄັ້ງນີ້ກໍ່ເພື່ອສ້າງສະຕິຕຶ່ນຕົວໃຫ້ສະມາຊິກພັກ-ພະນັກງານ,ທະຫານ,ຕໍ່າຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆໃຫ້ສູງຂຶ້ນສາມາດເປັນເຈົ້າການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ ການເຊື່ອມຊຶມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄິ່ງວັນຈຶ່ງສຳເລັດ.
………………………….
ຂ່າວ-ພາບ: ສິດທິພອນ ທີແກ້ວ
#News.XBL

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa