ເມືອງບໍ່ແຕນ ແຂວງໄຊຍະບູລີ ທາບທາມບຸກຄະລະກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກພັກແຂວງ ໄຊຍະບູ ລີ ສະໄໝທີ VIII ຮອບທີ I.

ກອງປະຊຸມທາບທາມບຸກຄະລະກອນຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແຂວງ ໄຊຍະບູລີ ສະໄໝທີ VIII ຮອບທີ I ໄດ້ຈັດຂື້ນຕອນເຊົ້າຂອງວັນທີ 14 ສິງຫາ 2025 ນີ້, ໂດຍໄດ້ຈັດຂື້ນຢູ່ທີ່ສະໂມສອນຂອງເມືອງ.ໂດຍການເປັນປະທານຮ່ວມຂອງ ສະຫາຍ ສົມຫວັງ ແກ້ວວິໄລສັກ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງ, ມີສະຫາຍ ບຸນພະລັງ ວິໄລສັກ ເລຂາພັກເມືອງບໍ່ແຕນ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກຮາກຖານ ເລຂາ, ຮອງເລຂາໜ່ວຍພັກ ຫ້ອງການ ກົມກອງ ເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ບຸນພະລັງ ວິໄລສັກ ເລຂາພັກເມືອງ ໄດ້ລາຍງານການຈັດຈັດຕັ້ງປະຕິບັດໜ້າທີວຽດງານໃນການນຳພາຊີ້ນຳໂດຍຫຍໍ້ຕໍ່ທ່ານ ສົມຫວັງ ແກ້ວວິໄລສັກ ແລະ ໄດ້ຜ່ານ ບັນດາມາດຖານເງື່ອນໄຂຂອງຜູ້ທີ່ຈະອອກຮັບສະມັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ, ຈາກນັ້ນທ່ານສົມຫວັງ ແກ້ວວິໄລສັກ ໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ການທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ພັກແຂວງໄຊຍະບູລີ ສະໄໝທີ VIII ຮອບທີ່ I ໂດຍທ່ານໄດ້ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການກະກຽມດຳເນີນ ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີທີ່ຈະໄຂຂຶ້ນໃນຕໍ່ໜ້າງນີ້ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ຕ້ອງໄດ້ຮັບປະກັນໃຫ້ໄດ້ຕາມ 5 ມາດຕະຖານຂອງພັກ ແລະ ແມ່ນການຄັດເລືອກເອົາບຸກຄະລາກອນຜູ້ນໍາພາທີ່ມີຄວາມຮູ້, ຄວາມສາມາດ, ມີມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ ເພື່ອປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງຖືກຕ້ອງຕາມກົດລະບຽບຂອງພັກ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ ກໍ່ຄືພະນັກງານສະມາຊິກພັກ. ນອກຈາກນັ້ນກໍ່ໄດ້ມີການດໍາເນີນການທາບທາມບຸກຄະລາກອນຜູ້ທີ່ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີສະໄໝທີ VIII ຕາມລະບຽບຫຼັກການ.

ຂ່າວ-ພາບ: ສາຍຄຳ ບຸນຍາວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa